ພະນະທ່ານ ເດີມີຕຼີ ເມດເວເດບ,
ນາຍົກລັດຖະມົນຕີ ແຫ່ງ ສະຫະພັນ ຣັດເຊຍ
ມົດສະກູ,
ພະນະທ່ານ,
ຂ້າພະເຈົ້າ ໄດ້ຮັບຊາບຂ່າວເສົ້າສະຫຼົດໃຈຕໍ່ກັບເຫດການໄຟໄໝ້ຮ້ານສັບພະສິນຄ້າ ຢູ່ເມືອງ ກາເມ ໂຣໂວ, ເຂດຊີບີຣີ, ສະຫະພັນ ຣັດເຊຍ ໃນວັນທີ 25 ມີນາ 2018, ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດ ເຈັບເປັນຈຳນວນຫຼວງຫຼາຍ.
ນະຄອນຫຼວງວຽງຈັນ, ວັນທີ 23 ມີນາ 2018
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົບຮອບ 47 ປີ ໃນນາມລັດຖະບານ, ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ບັງກະລາເທດ ເພື່ອນມິດທຸກຖ້ວນໜ້າ.
ເນື່ອງໃນໂອກາດ ສະເຫຼີມສະຫຼອງສັບປະດາ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 2 ປີ, ວັນທີ 23 ມີນາ 2018 ນີ້, ໃນນາມລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ຢ່າງຈິງໃຈ ແລະ ສົ່ງຄຳອວຍພອນໄຊອັນປະເສີດ ມາຍັງການນໍາ ແລະ ປະຊາຊົນບັນດາປະເທດສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກໍຄືປະຊາຊົນລາວທຸກຖ້ວນໜ້າ.