ໃນຕອນບ່າຍຂອງວັນທີ 05 ສິງຫາ 2021, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດເພື່ອນແມ່ນ້ຳຂອງ ຄັ້ງທີ 1 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຂອງ ທ່ານ ແອນໂທນີ ເຈ. ບຣິນແກັນ (Antony J. Blinken),ລັດຖະມົນຕີກະຊວງການຕ່າງປະເທດ ສ.ອາເມລິກາ ແລະ ໄດ້ມີຄະນະຜູ້ແທນຈາກປະເທດເພື່ອນມິດແມ່ນໍ້າຂອງຄື: ກຳປູເຈຍ, ໄທ, ຫວຽດນາມ, ມຽນມາ, ອົດສະຕາລີ, ຍີ່ປຸ່ນ, ນິວຊີແລນ, ສ.ເກົາຫຼີ, ສະຫະພາບເອີຣົບ (EU)ແລະ ກອງເລຂາຄະນະກຳມາທິການແມ່ນໍ້າຂອງສາກົນ (MRC), ທະນາຄານພັດທະນາອາຊີ (ADB), , ທະນາຄານໂລກ (WB) ເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມກັນນັ້ນ, ກໍຍັງມີຄະນະຜູ້ແທນຈາກ ອິນເດຍ, ອັງກິດ ແລະ ກອງເລຂາອາຊຽນ ເຂົ້າຮ່ວມໃນນາມສັງເກດການ.
ໃນວັນທີ 05 ສິງຫາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ການາດາ ແລະ ອາຊຽນ-ນິວຊີແລນ, ພ້ອມທັງເຂົ້າຮ່ວມພິທີຮັບເອົາ ສະຫະຣາຊະອານາຈັກ ອັງກິດ ເຂົ້າເປັນຄູ່ເຈລະຈາຂອງອາຊຽນ (ແບບທາງໄກ).