ໃນວັນທີ 17 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Ruairi de Burca, ຫົວໜ້າກົມການຊ່ວຍເຫຼືອ ອຽກລັງ, ກະຊວງການຕ່າງປະເທດ ແລະ ການຄ້າ ອຽກລັງ ເຊິ່ງໄດ້ດຳເນີນດ້ວຍບັນຍາກາດອັນສ້າງສັນ ແລະ ກົງໄປກົງມາ.
ໃນວັນທີ 16 ພຶດສະພາ 2019, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ, ໄດ້ຈັດພິທີປິດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ IV, ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ. ພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 11 ມີນາ 2019, ໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍແມ່ນ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາຫົວໜ້າກົມ, ຮອງກົມ ຂອງກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ຜູ້ເຂົ້າຮ່ວມຊຸດຝຶກອົບຮົມຈຳນວນ 53 ທ່ານ, ຍິງ 17 ທ່ານ, ຜູ້ເຂົ້າຮ່ວມພິທີລວມທັງໝົດ 70 ກວ່າທ່ານ.
ໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຜູ້ເຂົ້າຝຶກອົບຮົມ ຈົ່ງເອົາໃຈໃສ່ສືບຕໍ່ນຳເອົາບົດຮຽນ ແລະ ຄວາມຮັບຮູ້ທີ່ຖອດຖອນໄດ້ຈາກການຝຶກອົບຮົມນີ້ ໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ມີຜົນສຳເລັດ, ມີຄຸນນະພາບ ແລະ ມີປະສິດທິຜົນສູງສຸດ. ໂດຍສະເພາະເປັນພະນັກງານຫຼັກແຫຼ່ງຜູ້ສືບທອດ ຕ້ອງໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການຄົ້ນຄວ້າບັນດາເນື້ອໃນເອກະສານການເມືອງ, ເຊື່ອມຊືມເນື້ອແທ້ທິດສະດີມາກ - ເລນິນ, ກຳແໜ້ນແນວທາງນະໂຍບາຍ ແລະ ມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ວາງອອກໃຫ້ເລິກເຊິ່ງ.
ການຝຶກອົບຮົມໃນຊຸດທີ IV ນີ້, ແມ່ນໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ, ແລກປ່ຽນບົດຮຽນປະສົບການ, ສົນທະນາກັນ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ. ຜູ້ເຂົ້າຝຶກອົບຮົມສາມາດຮຽນຮູ້ ແລະ ເຂົ້າໃຈເນື້ອໃນ ແລະ ຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ກ່ຽວກັບ ຫຼັກວິຊາປັດຊະຍາ, ເສດຖະສາດການເມືອງ, ຫຼັກມູນລັດທິສັງຄົມນິຍົມວິທະຍາສາດ, ບໍລິຫານສາດ ແລະ ການກໍ່ສ້າງພັກ. ນອກຈາກຄົ້ນຄວ້າຮ່ຳຮຽນທິດສະດີ ແລະ ພຶດຕິກຳຕົວຈິງແລ້ວ, ຜູ້ເຂົ້າຮ່ວມຝຶກອົບຮົມກໍ່ໄດ້ໄປຢ້ຽມຢາມຫໍພິພິທະພັນ ປະທານ ໄກສອນ ພົມວິຫານ, ອະນຸສອນສະຖານ ທ່ານ ໜູຮັກ ພູມສະຫັວນ ແລະ ທັດສະນະສຶກສາທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງ ຄູ-ອາຈານ ແລະ ຜູ້ເຂົ້າຮັບການຝຶກອົບຮົມໃຫ້ແໜ້ນແຟ້ນກວ່າເກົ່າ.
ໃນວັນທີ 08 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖີ້ງ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ເປັນ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງສະຫວັນນະເຂດ.