ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ

 

aseanindosom 1

 

aseanindosom 2

 

ໃນວັນທີ 03 ກັນຍາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”  ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນໃນວັນທີ 5-7 ກັນຍາ 2023 ທີ່ ຈາກາກຕາ, ອິນໂດເນເຊຍ.

 

ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການຜັນຂະຫຍາຍບັນດາບູລິມະສິດພາຍໃຕ້ການເປັນປະທານອາຊຽນຂອງອິນໂດເນເຊຍ ໃນປີ 2023 ໂດຍສະເພາະແມ່ນ ບັນດາຂໍ້ສະເໜີແນະຂອງຄະນະສະເພາະກິດລະດັບສູງວ່າດ້ວຍວິໄສທັດປະຊາຄົມອາຊຽນ ຫຼັງປີ 2025 ກ່ຽວກັບ ການສົ່ງເສີມຄວາມອາດສາມາດ ແລະ ປະສິດທິພາບດ້ານສະຖາບັນອາຊຽນ ແລະ ການຮັດແໜ້ນພາລະບົດບາດຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ແລະ ປຶກສາຫາລືກ່ຽວກັບເອກະສານທີ່ຈະຮັບຮອງຢູ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ແລະ ກອງປະຊຸມສຸດຍອດອື່ນໆ.

 

ນອກນີ້, ກອງປະຊຸມ ກໍໄດ້ປຶກສາຫາລືກ່ຽວກັບ ການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກ. ສປປ ລາວ ໃນຖານະປະເທດປະສານງານໃຫ້ແກ່ການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ແລະ ອາຊຽນ-ອົງການຮ່ວມມືເສດຖະກິດ (ECO) ໄດ້ລາຍງານຄວາມຄືບໜ້າກ່ຽວກັບການຮ່ວມມືອາຊຽນ-ອົດສະຕຣາລີ ແລະ ການກະກຽມຈັດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ECO ຊຶ່ງຈະຈັດຂຶ້ນໃນກາງເດືອນກັນຍາ 2023 ທີ່ ນິວຢອກ, ສ.ອາເມລິກາ.

ກະຊວງການຕ່າງປະເທດ ຈັດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ຄັ້ງທີ IV

 

DSC 23 8 231

 

ໃນຕອນເຊົ້າ ຂອງວັນທີ 28 ສິງຫາ 2023, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີເປີດຊຸດຝຶກອົບຮົມວຽກງານກວດກາພັກ-ລັດ ຄັ້ງທີ IV ໃຫ້ແກ່ພະນັກງານຜູ້ຮັບຜິດຊອບວຽກງານກວດກາອ້ອມຂ້າງກະຊວງການຕ່າງປະເທດຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ດາວບົວລະພາ ບາວົງເພັດ, ຄະນະປະຈໍາພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ທ່ານ ບຸນເຫຼືອ ພັນດານຸວົງ, ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ແລະ ນັກສໍາມະນາກອນຜູ້ຮັບຜິດຊອບວຽກງານກວດກາພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມ ທັງໝົດ 65 ທ່ານ.

 

ໃນພິທີເປີດຊຸດຝຶກອົບຮົມຄັ້ງນີ້, ທ່ານ ບຸນເຫຼືອ ພັນດານຸວົງ, ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເນັ້ນໃຫ້ຮູ້ວ່າ: ວຽກງານກວດກາ ແມ່ນໜຶ່ງໃນພາລະບົດບາດທີ່ສໍາຄັນຕົ້ນຕໍ ຂອງການນຳພາຂອງພັກ, ການນໍາພາຕ້ອງຕິດພັນກັບການກວດກາ, ບໍ່ມີການກວດກາ ກໍ່ໝາຍຄວາມວ່າ ບໍ່ມີການນຳພາ, ໂດຍເອົາວຽກງານກວດກາສອດຫ້ອຍເຂົ້າຢູ່ໃນທຸກຂົງເຂດວຽກງານ, ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ທຸກການຈັດຕັ້ງ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນທຸກຄົນ ລ້ວນຢູ່ພາຍໃຕ້ການຕິດຕາມ-ກວດກາຂອງພັກ; ຄະນະພັກແຕ່ລະຂັ້ນ ເປັນຜູ້ຮັບຜິດຊອບຊີ້ນໍາໂດຍກົງ. ພ້ອມນີ້, ຍັງຮຽກຮ້ອງມາຍັງນັກສໍາມະນາກອນທຸກທ່ານໃຫ້ຍົກສູງຄວາມຮັບຜິດຊອບ ແລະ ສຸມທຸກສະຕິປັນຍາ ເຂົ້າໃນການຄົ້ນຄວ້າຮ່ຳຮຽນ ທັງພາກທິດສະດີ ແລະ ປະສົບການຕົວຈິງນໍາຄູອາຈານທີ່ມາຈາກຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດສອບແຫ່ງລັດ ແລະ ນັກສໍາມະນາກອນດ້ວຍກັນ ເພື່ອໃຫ້ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

 

DSC 23 8 232

ອ່ານເພີ່ມເຕີມ... 

ຄະນະນໍາກະຊວງການຕ່າງປະເທດ ອວຍພອນວັນຊາດ ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ

  

  

20230828 DFM PX VN Amb 1

20230828 DFM PX VN Amb 2

20230828 DFM PX VN Amb 4

  

 

ໃນຕອນເຊົ້າຂອງວັນທີ 28 ສິງຫາ 2023, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ໄປອວຍພອນ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 78 ປີ (02/09/1945-02/09/2023)  ແລະ ວັນການທູດຫວຽດນາມ ຄົບຮອບ 78 ປີ (28/08/1945-28/08/2023), ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490711
ມື້ນີ້31
ມື້ວານ233
ອາທິດນີ້236
ເດືອນນີ້4104