ໃນວັນທີ 22-23 ສິງຫາ 2023 ທີ່ ສໍານັກງານຄະນະກໍາມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈໍາພາກພື້ນອາຊີ-ປາຊິຟິກ (UNESCAP), ບາງກອກ, ປະເທດໄທ, ຄະນະຜູ້ແທນ ສປປ ລາວ ທີ່ປະກອບດ້ວຍ ກະຊວງການຕ່າງປະເທດ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ ສຳລັບພາກພື້ນ ອາຊີ ແລະ ເອີຣົບ ເພື່ອທົບທວນທ້າຍສະໄໝ ການຈັດຕັ້ງປະຕິບັດແຜນດໍາເນີນງານ ວຽນນາ (VPoA) ສໍາລັບປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ສົກປີ 2014-2024, ໂດຍສະເພາະຄວາມຄືບຫນ້າ, ຜົນສໍາເລັດ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ 6 ຂົງເຂດບູລິມະສິດ ຄື: (1) ນະໂຍບາຍພື້ນຖານ ກ່ຽວກັບ ຂົນສົ່ງຜ່ານແດນ; (2) ການພັດທະນາ ແລະ ບູລະນະຮັກສາພື້ນຖານໂຄງລ່າງ; (3) ການຄ້າສາກົນ ແລະ ການອໍານວຍຄວາມສະດວກດ້ານການຄ້າ; (4) ການເຊື່ອມໂຍງ ແລະ ຮ່ວມມືພາກພື້ນ; (5) ການຫັນປ່ຽນໂຄງສ້າງດ້ານເສດຖະກິດ; (6) ເຄື່ອງມືການຈັດຕັ້ງປະຕິບັດ ລວມເຖິງການແລກປ່ຽນບົດຮຽນ ແລະ ວິທີທາງທີ່ດີ ໃນການຮັບມືກັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນດາວິກິດການອື່ນໆ ທີ່ພວມເກີດຂຶ້ນໃນປັດຈຸບັນ.
ໃນວັນທີ 1 ສິງຫາ 2023 ທີ່ ບາຫຼີ, ອິນໂດເນເຊຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ.
ໃນວັນທີ 26 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ໄດ້ມີການຈັດພິທີປະດັບຫລຽນກາມິດຕະພາບໃຫ້ແກ່ ທ່ານ ຢານ ເດລບາເຣີ (Jan Delbaere), ຜູ້ຕາງໜ້າອົງການອາຫານໂລກ (WFP) ປະຈຳ ສປປ ລາວ ເພື່ອເປັນການຍ້ອງຍໍຜົນງານຂອງຜູ້ກ່ຽວ ທີ່ໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງສາພັດທະນາຂອງ ສປປ ລາວ ພາຍຫລັງທີ່ຜູ້ກ່ຽວສິ້ນສຸດການປະຕິບັດໜ້າທີ່ ຢູ່ ສປປ ລາວ ນັບແຕ່ປີ 2018 ເປັນຕົ້ນມາ. ໃນພິທີດັ່ງກ່າວ, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ໃນການປະດັບຫລຽນດັ່ງກ່າວ ໂດຍມີພະນັກງານຂັ້ນສູງ ຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ.