ໃນວັນທີ 26 ກໍລະກົດ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ BAKHTIYOR KADYROV (ບາກທີຢໍ ກາດີໂຣຟ), ເພື່ອມາເປັນຜູ້ຕາງໜ້າຄົນໃໝ່ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (United Nations Population Fund ຫຼື UNFPA) ປະຈໍາ ສປປ ລາວ.