ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມປຶກສາຫາລື ລະຫວ່າງ ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ຂອງ ສປປ ລາວ

 

ASEAN 299231

 

ວັນທີ 29 ກັນຍາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ເປັນປະທານກອງປະຊຸມປຶກສາຫາລື ລະຫວ່າງ ຫົວໜ້າເຈົ້າໜ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ຂອງ ສປປ ລາວ ເພື່ອປຶກສາຫາລື ແລະ ສັງລວມບູລິມະສິດ ສຳລັບ ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024.

 

ASEAN 29923

 

 

ຮອງລັດຖະມົນກະຊວງການຕ່າງປະເທດ ຮັບການເຂົ້າຍື່ນໜັງສືແຕ່ງຕັ້ງຂອງ ກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈຳ ແຂວງຫຼວງພະບາງ ຄົນໃໝ່

 

Chinese consulate

 

ໃນວັນທີ 25 ກັນຍາ 2023, ສະຫາຍ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນໜັງສືແຕ່ງຕັ້ງຂອງ ສະຫາຍ ຈ່າງ ເສີຜິງ, ກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ຄົນໃໝ່.

 

ໃນໂອກາດນີ້, ສະຫາຍ ຮອງລັດຖະມົນຕີການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ສະຫາຍ ຈ່າງ ເສີຜິງ ທີ່ໄດ້ຖືກແຕ່ງຕັ້ງມາເປັນກົງສູນໃຫຍ່ ແຫ່ງ ສປ ຈີນ ປະຈໍາ ແຂວງຫຼວງພະບາງ ຄົນໃໝ່, ເຊິ່ງເປັນສິ່ງຢັ້ງຢືນເຖິງຄວາມເຊື່ອໝັ້ນຂອງລັດຖະບານ ສປ ຈີນ ທີ່ມີຕໍ່ ສະຫາຍ, ພ້ອມທັງ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍປະສົບການ ທີ່ອຸດົມສົມບູນຂອງສະຫາຍ ຈະສາມາດເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການພົວພັນຮ່ວມມືແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຈີນ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງ ສປ ຈີນ ແລະ ບັນດາແຂວງພາກເໜືອຂອງລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ.  ພ້ອມກັນນີ້, ສະຫາຍ ຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງຝ່າຍຈີນຕະຫຼອດໄລຍະທີ່ຜ່ານມາ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຂອງຝ່າຍລາວ.ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄຳພິທູນ ໄດ້ອວຍພອນໄຊໃຫ້ສະຫາຍ ຈ່າງ ເສີຜິງ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດຂອງ ສະຫາຍ ແລະ ສະແດງຄວາມຫວັງວ່າ ສະຫາຍ ກົງສຸນໃຫຍ່ ຈະສຶບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຄວາມເຫັນດີເປັນເອກກະພາບຂອງສອງສະຫາຍເລຂາທິການໃຫຍ່ ໃຫ້ເປັນຮູບປະທຳຍິ່ງຂຶ້ນ, ໂດຍສະເພາະແມ່ນສືບຕໍ່ກົນໄກການພົບປະແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນ ຂອງການນໍາຂັ້ນສູງສອງປະເທດໃຫ້ເປັນປົກກະຕິ, ພ້ອມທັງ ຊຸກຍູ້ໃຫ້ມີມາດຕະການຍົກລະດັບການຮ່ວມມືດ້ານການທ່ອງທ່ຽວຂອງສອງປະເທດໃຫ້ຫຼາຍຂຶ້ນ ແລະ ມີຄວາມຍືນຍົງ ໂດຍສະເພາະ ໃນປີ 2024 ທີ່ເປັນປີທ່ອງທ່ຽວລາວ.           

 

ໃນໂອກາດດຽວກັນນີ້, ສະຫາຍ ກົງສຸນໃຫຍ່ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕັ້ງໜ້າ ກັບກະຊວງການຕ່າງປະເທດ ກໍຄື ບັນດາຂະແໜງ ການ ແລະ ທ້ອງຖິ່ນຂອງ ສປປ ລາວ, ພ້ອມທັງ ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ບັນດາແຂວງພາກເໜືອຂອງ ສປປ ລາວ ກັບ ສປ ຈີນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງານຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ຈີນ-ລາວ.

 

ຄະນະຜູ້ແທນຂັ້ນສູງ ສປປ ລາວ ສຶບຕໍ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 78 ແລະ ກອງປະຊຸມປິ່ນອ້ອມລະດັບສູງ, ທີ່ ນິວຢອກ, ສ. ອາເມລິກາ, ໃນວັນທີ 21 ກັນຍາ 2023

    

  

    

20230921 Lao De at UNGA 1 2

20230921 Lao De at UNGA 1 1

20230921 Lao De at UNGA 2

   

ໃນວັນທີ 21 ກັນຍາ 2023, ຄະນະຜູ້ແທນຂັ້ນສູງ ສປປ ລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 78 ແລະ ກອງປະຊຸມປິ່ນອ້ອມຕ່າງໆ. ໃນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ປະກອບຄຳເຫັນຕໍ່ກອງປະຊຸມລະດັບລັດຖະມົນຕີ ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ພາຍໃຕ້ຫົວຂໍ້: ຈາກ ແຜນດໍາເນີນງານ ວຽນນາ ໄປສູ່ ແຜນດໍາເນີນງານ ຄິກາລີ: ການສ້າງທ່າແຮງສໍາລັບແຜນງານແຫ່ງທົດສະວັດໃໝ່ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ການຫັນປ່ຽນຂອງ ປະເທດ LLDCs, ເຊິ່ງໄດ້ຍົກໃຫ້ເຫັນຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ແຜນດໍາເນີນງານ ວຽນນາ ຕະຫຼອດໄລຍະເກືອບໜຶ່ງທົດສະວັດຜ່ານມາ ໂດຍການເຊື່ອມສານຂົງເຂດບຸລິມະສິດຂອງ ແຜນດໍາເນີນງານດັ່ງກ່າວເຂົ້າໃນແຜນພັດທະນາແຫ່ງຊາດ ແລະ ຂະແໜງການໂດຍສະເພາະການພັດທະນາພື້ນຖານໂຄງລ່າງ, ລະບົບຂົນສົ່ງທີ່ມີຄຸນນະພາບຫຼາຍຂື້ນ ແລະ ການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ອານຸພາກພື້ນ ເຊັ່ນ: ການສ້າງຂົວ, ທາງຫຼວງ ແລະ ທາງລົດໄຟ ລວມເຖິງການສ້າງທ່າບົກ ແລະ ຈຸດຄ່ຽນຖ່າຍສິນຄ້າ ແນໃສ່ຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ. ພ້ອມກັນນັ້ນ, ທ່ານ ຍັງໄດ້ຮຽກຮ້ອງໃຫ້ມີການສ້າງແຜນດຳເນີນງານສະບັບໃໝ່ ໂດຍສືບຕໍ່ສຸມໃສ່ບຸລິມະສິດ ແລະ ຄວາມຕ້ອງການຂອງ ປະເທດ LLDCs ໂດຍສະເພາະການພັດທະນາດ້ານພື້ນຖານໂຄງລ່າງ, ການເຊື່ອມຈອດໃນພາກພື້ນ, ການຄ້າ ແລະ ການອຳນວຍຄວາມສະດວກດ້ານການຄ້າ ແລະ ການຄົມມະນາຄົມ ກໍຄືການເຊື່ອມຈອດດ້ານດິຈິຕອນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490438
ມື້ນີ້204
ມື້ວານ261
ອາທິດນີ້1637
ເດືອນນີ້3831