ໃນວັນທີ 13 ກັນຍາ 2023, ກະຊວງການຕ່າງປະເທດ ໄດ້ຈັດພິທີເປີດໂຄງການ ແລະ ກອງປະຊຸມປຶກສາຫາລືພາຍໃນ ເພື່ອກະກຽມຈັດຕັ້ງປະຕິບັດໂຄງການ ໃນຫົວຂໍ້: ການຟື້ນຟູເສດຖະກິດພາຍຫຼັງໂຄວິດ-19 ໂດຍຜ່ານຮູບແບບເສດຖະກິດໝູນວຽນສີຂຽວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໜຶ່ງແລວ ໜຶ່ງເສັ້ນທາງ ສີຂຽວ (Conference of Post-COVID 19 economic recoveries through bio-circular-green (BCG) economic growth model of Mekong-Lancang Cooperation and Build Green Belt and Road) ທີ່ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາສະຖານເອກອັກຄະລັດຖະທູດປະເທດສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳ ສປປ ລາວ (ກໍາປູເຈຍ, ສປ ຈີນ, ມຽນມາ, ໄທ ແລະ ຫວຽດນາມ) ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມລວມທັງໝົດ ຈຳນວນ 80 ທ່ານ.
ໃນລະຫວ່າງວັນທີ 11 - 14 ກັນຍາ 2023, ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ່ 11, ຈັດຂື້ນທີ່ ເຊີແນວ, ປະເທດສວິດສ.
ໃນວັນທີ 12 ກັນຍາ 2023, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ່າງປະເທດ ໃຫ້ພະນັກງານພະແນກການຕ່າງປະເທດ 9 ແຂວງພາກເໜືອ ຈຸດປະສົງ ເພື່ອເພີ່ມຂີດຄວາມສາມາດໃຫ້ພະນັກງານທີ່ຮັບຜິດຊອບວຽກງານພົວພັນຮ່ວມມືກັບຕ່າງປະເທດຢູ່ບັນດາແຂວງ ໃຫ້ມີຄວາມເຂັ້ມແຂງທາງດ້ານວິຊາການພົວພັນຕ່າງປະເທດ ເປັນແຕ່ລະໄລຍະ, ການເຄື່ອນໄຫວວຽກງານການຕ່າງປະເທດໃຫ້ມີຄວາມເປັນເອກະພາບກັນທົ່ວປະເທດ ແລະ ການກະກຽມເປັນປະທານອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024. ກອງປະຊຸມໄດ້ມີຫົວຂໍ້ສຳຄັນຈຳເປັນຄື: ການວິເຄາະຕີລາຄາສະພາບການສາກົນທີ່ພົ້ນເດັ່ນ ແລະ ທ່າຂະຫຍາຍໃນຕໍ່ໜ້າ, ວຽກງານອາຊຽນ, ການພົວພັນຮ່ວມມືກັບບັນດາປະເທດທີ່ມີຊາຍແດນຕິດກັບແຂວງພາກເໜືອ, ການຕອບໂຕ້ຂ່າວໂຈມຕີລາວຂອງສື່ອອນລາຍ ທີ່ພົວພັນກັບຕ່າງປະເທດ, ແນວທາງການຕ່າງປະເທດ ແລະ ນະໂຍບາຍເຊື່ອມໂຍງສາກົນ ຂອງພັກ-ລັດ, ວຽກງານພິທີການທູດຮອບດ້ານ, ການຄຸ້ມຄອງພະນັກງານລັດຖະກອນທີ່ໄປເຄື່ອນໄຫວຢູ່ຕ່າງປະເທດ ແລະ ການປັບປຸງຂອດການປະສານງານ ລະຫວ່າງ ກະຊວງການຕ່າງປະເທດກັບທ້ອງຖິ່ນ.