ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ເຈົ້າຊີວິດ Harald V ແຫ່ງ ຣາຊະອະນາຈັກ ນ໋ອກແວ

 

 

20211015 Lao Amb To Sweden

 

ໃນຕອນເຊົ້າຂອງວັນທີ 15 ຕຸລາ 2021 ທີ່ ພະຣາຊະວັງເຈົ້າຊີວິດ ແຫ່ງ ຣາຊະອະນາຈັກ ນ໋ອກແວ, ທີ່ນະຄອນຫຼວງໂອສະໂຣ,ທ່ານບຸນລຽບ ຮຸ່ງວົງສອນໄດ້ຍື່ນສານຕາຕັ້ງ ຕໍ່ເຈົ້າຊີວິດ Harald Vແຫ່ງ ຣາຊະອະນາຈັກ ນ໋ອກແວ, ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອະນາຈັກ ນ໋ອກແວ, ເຊິ່ງມີສະຖານເອກອັກຄະລັດຖະທູດ ຢູ່ນະຄອນຫຼວງສະຕ໋ອກໂຮມ ຣາຊະອະນາຈັກ ຊູແອດ.

ອ່ານເພີ່ມເຕີມ... 

ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອທາງການແພດໃຫ້ແກ່ ມູນລະນິທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ (ກູ້ໄພ 1623)

 

20211015 MoFA-Than Bounthan

 

ໃນຕອນບ່າຍຂອງວັນທີ 15 ຕຸລາ 2021, ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອທາງການແພດ ໃຫ້ແກ່ ມູນລະນທິຊ່ວຍເຫຼືອຄົນທຸກຍາກ ແຫ່ງ ສປປ ລາວ (ກູ້ໄພ 1623), ຊຶ່ງຕາງໜ້າໃຫ້ກະຊວງການຕ່າງປະເທດເທດ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ໂດຍ ທ່ານ ບຸນທັນ ກຸສົນສະໜອງ, ຮັກສາການຫົວໜ້າຫ້ອງການກະຊວງການຕ່າງປະເທດ.

 

ອ່ານເພີ່ມເຕີມ... 

ທູດລາວ ປະຈໍາ ສະຫະລັດ ອາເມລິກາ ຕ້ອນຮັບການຢ້ຽມຢາມສະຖານທູດຂອງ ທ່ານ ນາງ ສຸພາ ໄຊປຣະສິດ-ເມ, ຄົນເຊື້ອຊາດລາວທີ່ສັງກັດພັກ Democrat, ທັງເປັນຜູ້ສະໝັກຊິງຕໍາແໜ່ງຜູ້ວ່າການລັດ ອາຄານຊໍ ໃນປີ 2022

 

20211011 Lao Amb To US

 

 

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ຄຳພັນ ອັ່ນລາວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສ.ອາເມລິກາ ແລະ ການາດາ ໃນລະຫວ່າງວັນທີ 08-11 ຕຸລາ 2021 ທ່ານ ນາງ ສຸພາ ໄຊປຣະສິດ-ເມ, ຄົນເຊື້ອຊາດລາວທີ່ສັງກັດພັກ Democrat, ທັງເປັນຜູ້ສະໝັກຊິງຕໍາແໜ່ງຜູ້ວ່າການລັດ ອາຄານຊໍ ໃນປີ 2022 ແລະ ຄະນະໄດ້ເດີນທາງມາຢ້ຽມຢາມສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ ວໍຊີງຕັນ ດີຊີ ເພື່ອພົບປະກັບຄະນະນັກທຸລະກິດຈາກບໍລິສັດWilaikul International Gold Mine Co., LTD ແນ່ໃສ່ສຶກສາຄວາມເປັນໄປໄດ້ໃນການລົງທຶນຢູ່ ສປປ ລາວ; ແລະ ພົບປະກັບຊຸມຊົນຄົນເຊື້ອຊາດລາວຢູ່ ນະຄອນຫຼວງວໍຊີງຕັນ ດີຊີ, ລັດເວີຈີເນຍ, ແມລີແລນ ແລະ ລັດອື່ນໆໃກ້ຄຽງ ເພື່ອແນະນໍາໂຕ ແລະ ຮັດແໜ້ນຄວາມສາມັກຄີ. ໃນງານຄັ້ງນີ້ ຍັງມີຜູ້ຕາງໜ້າຈາກສໍານັກງານຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະຫະປະຊາຊາດ ທີ່ ນີວຢອກ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487191
ມື້ນີ້26
ມື້ວານ191
ອາທິດນີ້853
ເດືອນນີ້584