ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ທູດລາວ ປະຈໍາ ສປ ຈີນ ເຂົ້າຮ່ວມງານສັບປະດາການແລກປ່ຽນການສຶກສາ ຈີນ-ອາຊຽນ ປະຈໍາ ປີ 2021

 

 

20210923-26 Lao Amb To China - 3

 

ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສປ ຈີນ ໄດ້ນໍາພາຄະນະສະຖານທູດລາວ ທີ່ນະຄອນຫຼວງປັກກິ່ງ ແລະ ສະຖານກົງສຸນໃຫຍ່ລາວ ທີ່ນະຄອນຊາງຊາ, ແຂວງຮູນານ ຕາງໜ້າລັດຖະບານເຂົ້າຮ່ວມງານສັບປະດາການແລກປ່ຽນການສຶກສາ ຈີນ-ອາຊຽນ ປະຈໍາປີ2021 ລະຫວ່າງ ວັນທີ 23 ຫາ 26 ກັນຍາ 2021ທີ່ນະຄອນກຸ້ຍຢາງ, ແຂວງກຸ້ຍໂຈວ. ພາຍໃຕ້ຫົວຂໍ້ ‘‘ຄວາມຮູ້ ແລະ ການປະຕິບັດຮ່ວມເປັນອັນດຽວ, ວິໄສທັດດ້ານການສຶກສາທີ່ຮ່ວມກັນກໍ່ສ້າງການຮ່ວມມື ເພື່ອການພັດທະນາແບບຍືນຍົງ’’, ຊຶ່ງພິທີເປີດງານທາງການໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2021, ໂດຍມີການນໍາຂັ້ນສູງຝ່າຍຈີນ ແລະ ການນຳຂັ້ນສູງຂອງບາງປະເທດອາຊຽນໄດ້ມີຄໍາເຫັນໃນພິທີເປີດທາງການ ແບບທັງອອນລາຍ ແລະ ອ໊ອບລາຍ. ໃນນີ້, ພະນະທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ຮອງສາດສະດາຈານ, ປະລິນຍາເອກ ພຸດ ສີມມະລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ຕາງໜ້າລັດຖະບານ ສປປ ລາວ ມີຄໍາເຫັນໃນພິທີເປີດເຊັ່ນດຽວກັນ.

ອ່ານເພີ່ມເຕີມ... 

ທູດລາວ ປະຈຳ ຫວຽດນາມ ຕ້ອນຮັບ ທູດແຟງລັງ ເຂົ້າຍື່ນສານຕາຕັ້ງ

2021106-finland

ຕອນ​ບ່າຍວັນທີ 05 ຕຸລາ 2021, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ຮ່າໂນ້ຍ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງທ່ານ ເກອີໂຈ ໂນແວນໂຕ (H.E. Mr. KeijoNorvanto) ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ແຟງລັງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍມີສຳນັກງານຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

ອ່ານເພີ່ມເຕີມ... 

ທູດອາກຊັງຕິນ ເຂົ້າຢ້ຽມອຳລາ ທູດລາວ

20211006-agentina

ໃນຕອນເຊົ້າຂອງ​ວັນ​ທີ 5 ຕຸລາ 2021, ທ່ານ​ ແສງ​ ສຸຂະທິວົງ,​ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຣາຊະອານາຈັກໄທ ທີ່ ບາງກອກ ​ ​ໄດ້​​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ອຳ​ລາຂອງ​ ທ່ານ ນາງ ມາເລຍ ອາລິເຊຍ ຄັດໂສນີ ເດ ສັນຊຽນ (Maria AliciaCuzzoni de Sonschein) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາກຊັງຕິນ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ ​ໃນ​ໂອກາດ​ທີ່​ສຳ​ເລັດໜ້າ​ທີ່ການ​ທູດຂອງທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487228
ມື້ນີ້63
ມື້ວານ191
ອາທິດນີ້890
ເດືອນນີ້621