ໃນວັນທີ 24 ກຸມພາ 2016, ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ສົງການ ຫລວງມຸນິນທອນ, ຫົວຫນ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ທີ່ ເມືອງສັນຢາ, ແຂວງໄຫຫນານ, ສປ ຈີນ, ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຫລິວ ເຈິນໝິງ (Liu Zhenmin), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ສປ ຈີນ ແລະ ທ່ານ ວິທະວັດ ສີວິຫົກ, ຮອງຫົວໜ້າຫ້ອງການກະຊວງການຕ່າງປະເທດໄທ ແລະ ມີເຈົ້າໜ້າທີ່ອາວຸໂສ ຈາກ ກະຊວງການຕ່າງປະເທດ ຂອງ 6 ປະເທດ: ກຳປູເຈຍ, ສປ ຈີນ, ສປປ ລາວ, ມຽນມາ, ໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 16 ກຸມພາ 2016, ທີ່ ທຳນຽບປະທານາທິບໍດີ ແຫ່ງ ນະຄອນຫຼວງ ປຣາກ, ສາທາລະນະລັດ ເຊັກ, ທ່ານ ສີທົງ ຈິດໂຍທິນ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ Milos Zeman, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເຊັກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ເຊັກ ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງແບກແລງ, ສາທາລະນະລັດ ສະຫະພັນ ເຢຍລະມັນ.
ໃນທ້າຍເດືອນມັງກອນຜ່ານມາ, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ ໄດ້ຮ່ວມກັບຫ້ອງການຕາງໜ້າການບິນລາວ ປະຈຳ ເຊອູນ, ສະມາຄົມມິດຕະພາບ ເກົາຫລີ-ລາວ ແລະ ສະມາຄົມນັກສຶກສາລາວ ທີ່ ສ.ເກົາຫລີ ໄດ້ຈັດຕັ້ງຂົນຂວາຍ ແລະ ລະດົມການບໍລິຈາກເຄື່ອງນຸ່ງຫົ່ມ ເຊິ່ງມີທັງເຄື່ອງໃໝ່ ແລະ ເຄື່ອງມືສອງ ເພື່ອຊ່ວຍເຫລືອປະຊາຊົນຜູ້ທີ່ປະສົບໄພໜາວ ຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ. ພາຍໃນ 5 ວັນ ສາມາດການລະດົມເຄື່ອງບໍລິຈາກໄດ້ທັງໝົດ 100 ແກັດ ເຊິ່ງເປັນມູນຄ່າຫລາຍໝື່ນໂດລາ. ເຄື່ອງທັງໝົດນີ້ ບໍລິສັດລັດວິສະຫະກິດການບິນລາວ ທີ່ມີຖ້ຽວບິນໂດຍກົງທຸກໆມື້ລະຫວ່າງນະຄອນຫລວງວຽງຈັນ ຫາ ນະຄອນຫລວງເຊອູນ ໄດ້ຊ່ວຍຈັດສົ່ງຈາກນະຄອນຫລວງເຊອູນ ມາຍັງນະຄອນຫລວງວຽງຈັນ ໂດຍສາຍການບິນລາວ, ເຊິ່ງຈັດເປັນ 3 ຖ້ຽວຄື : ຖ້ຽວທຳອິດໃນວັນທີ 3 ກຸມພາ ຈໍານວນ 20 ແກັດ, ຖ້ຽວທີ 2 ວັນທີ 8 ກຸມພາ ແລະ ຖ້ຽວສຸດທ້າຍໃນວັນທີ 11 ກຸມພາ ຄັ້ງລະ 40 ແກັດ ລວມທັງໝົດ 100 ແກັດ ລວມນ້ຳໜັກປະມານ 1.500 ກິໂລກຼາມ. ຈາກນັ້ນ, ສະມາຄົມມິດຕະພາບ ລາວ-ເກົາຫລີ ທີ່ນະຄອນຫລວງວຽງຈັນ ເປັນຜູ້ສືບຕໍ່ນຳເອົາເຄື່ອງນຸ່ງຫົ່ມດັ່ງກ່າວໄປແຈກຢາຍຕາມຈຸດປະສົງ ແລະ ເປົ້າໝາຍ.