ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຕ້ອນຮັບ ທູດບຣາຊິນ ເຂົ້າຍື່ນສານຕາຕັ້ງ

 

LaoAmreceivedBrazilAm

 

ໃນຕອນເຊົ້າຂອງວັນທີ່ 1 ພະຈິກ 2021,​ ທ່ານ​ ແສງ​ ສຸຂະທິວົງ​, ເອກະອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ປະເທດໄທ​ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງທ່ານ ໂຈເຊ ບໍເກດ ໂດສ ສັນໂຕດ ຈູເນຍ (Jose Borges Dos Santos Junior)ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສະຫະພັນ ສາທາລະນະລັດ ບຣາຊິນ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍມີສຳນັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.

ອ່ານເພີ່ມເຕີມ... 

ທູດລາວ ປະຈຳ ສປ ຈີນ ເຂົ້າຮ່ວມພິທີເປີດກອງປະຊຸມວ່າດ້ວຍສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

 

KhamphaoAc2

KhamphaoAc1

 

ທ່ານ ນາງ ຄໍາເພົາ ເອີນທະວັນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນສົງຊິ້ງ, ສປ ຈີນ ໃນລະຫວ່າງວັນທີ 20-25 ຕຸລາ 2021. ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານເອກອັກຄະລັດຖະທູດ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດກອງປະຊຸມວ່າດ້ວຍສະຫະພັນການຮ່ວມມືຕົວເມືອງການທ່ອງທ່ຽວແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.ໃນນັ້ນ, ຝ່າຍຈີນມີ ທ່ານ ຕູ້ຈຽງ, ຮອງລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ຊາຍຢຸນເກີ, ຮອງເຈົ້າຄອງນະຄອນສົງຊິ້ງ ເຂົ້າຮ່ວມເປັນປະທານໃນພິທີດັ່ງກ່າວ. ນອກນັ້ນ, ຍັງມີທ່ານເອກອັກຄະລັດຖະທູດມຽນມາ, ບັນດາທູຕານຸທູດຈາກບັນດາປະເທດແມ່ນໍ້າຂອງ ແລະ ຕາງໜ້າບັນດາເມືອງທີ່ເຂົ້າຮ່ວມສະຫະພັນດັ່ງກ່າວ ເຂົ້າຮ່ວມ ແລະ ປະກອບຄໍາເຫັນ.

ອ່ານເພີ່ມເຕີມ... 

ລັດຖະບານ ສສ ຫວຽດນາມ ມອບເງິນສົດ ແລະ ອຸປະກອນການແພດ ໃຫ້ແກ່ ສປປ ລາວ ເພື່ອຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ

 

VietDonateMoney1

VietDonateMoney2

VietDonateMoney3

 

ໃນ​ວັນ​ທີ 25 ຕຸລາ2021,ທີ່ ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສສ ຫວຽດນາມ ໄດ້​ມີ​ພິທີ​ມອບ-​ຮັບເງິນ ສົດ ແລະ ເຄື່ອງ​ຊ່ວຍ​ເຫຼືອ​​ອຸປະກອນ​ການ​ແພດ​ຈາກ ​ລັດຖະບານ ​ຫວຽດນາມ​ ມອບ​ໃຫ້​ ລັດຖະບານ​ລາວ​ ໂດຍ ສະຫາຍ ຫງວຽນ ກວກ ຢຸງ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ແຫ່ງ ສສ. ຫວຽດນາມ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສສ ຫວຽດນາມ ເປັນຜູ້ກ່າວມອບ ແລະ ກ່າວ​ຮັບ​ໂດຍ ສະຫາຍ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ​ເອກ​ອັກຄະ​ລັດຖະທູດວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ເພື່ອສົ່ງຕໍ່ໃຫ້ລັດຖະບານ​ລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະ​ນຳສະຖານ​ທູດລາວ ​ທີ່ ​ຮ່າ​ໂນ້ຍ ພ້ອມ​ດ້ວຍພະນັກງານຂອງທັງສອງຝ່າຍ ລາວ-​ຫວຽດນາມ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487190
ມື້ນີ້25
ມື້ວານ191
ອາທິດນີ້852
ເດືອນນີ້583