ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ

ສະຫະພັນກຳມະບານກະຊວງ ການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນຄະນະນຳສູນກາງ ກຳມະບານລາວ

ss ss

ໃນວັນທີ 03 ເມສາ 2015, ທີ່ ສູນ​ກາງ​ສະຫະພັນກຳມະບານ​ລາວ, ສະຫະພັນກຳມະບານກະ ຊວງການຕ່າງ ປະເທດ ແລະ ຄະນະ​ພົວພັນ​ຕ່າງປະ​​ເທດ​ສູນ​ກາງ​ພັກ ເຊິ່ງນຳໂດຍ ສະຫາຍ ຄຳອິນ ຄິດຈະເດດ ໄດ້ເຂົ້າອວຍພອນ ສະຫາຍ ຄຳຫຼ້າ ລໍ​ລອນ​ສີ, ກຳມະການ​ສູນ​ກາງ​ພັກ, ປະທານ​ສູນ​ກາງ​ກຳມະບານ​ລາວ ເນື່ອງໃນໂອກາດຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງສະຫະພັນກຳມະ ບານກະຊວງການຕ່າງ ປະເທດ ແລະ ຄະນະ​ພົວພັນ​ຕ່າງປະ​​ເທດ​ສູນ​ກາງ​ພັກ. ໃນໂອກາດດັ່ງກ່າວ, ສະຫາຍ ຄຳຫຼ້າ ລໍ​ລອນ​ສີ ກໍ່ໄດ້ໂອ້ລົມ ແລະ ຍ້ອງຍໍຊົມເຊີຍ​ຜົນງານ​ທີ່ສະຫະພັນ​ກຳມະບານກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​​ເທດ​ສູນ​ກາງ​ພັກ ທີ່ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໄດ້​ເນັ້ນ​ໃຫ້​ກຳມະບານທຸກ​ຂັ້ນຈົ່ງ​ຊ່ວຍ​ກັນ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງ, ປະຕິບັດ​ສິດ​ພາລະ​ບົດບາດ​ກຳມະບານ​ຕິດ​ພັນ​ກັບ​ວຽກງານ​ຂອງ​ຕົນ​ໃຫ້​ແທດ​ເໝາະ ​​ແນ​ໃສ່​ເຮັດ​ໃຫ້​ສະມາຊິກ​ກຳມະບານ ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ຕໍ່​ແນວທາງ​ຂອງ​ພັກ ​ແລະ ກົດ​ລະບຽບຂອງ​ລັດ ກໍ​ຄື​ແນວທາງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ​ເຮົາ ​ເພື່ອ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ເຂົາ​ເຈົ້າ​ຢ່າງ​ແທ້​ຈິງ.

ສາມອົງການຈັດຕັ້ງມະຫາຊົນ ອວຍພອນຄະນະພັກກະຊວງ

auyphon

ໃນວັນທີ 24 ມີນາ 2015, ທີ່ກະຊວງການຕ່າງປະເທດ, ສາມອົງການຈັດຕັ້ງມະຫາຊົນ ປະກອບມີ: ສະຫະພັນກຳມະມານ, ຄະນະບໍລິຫານງານຊາວໜຸ່ມ ແລະ ສະຫະພັນແມ່ຍິງຂອງກະຊວງການ ຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າອວຍພອນຄະນະພັກ, ຄະນະນຳ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເນື່ອງໃນໂອກາດວັນ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 60 ປີ (22 ມີນາ 1955 ຫາ 22 ມີນາ 2015).

ຄະນະບໍລິຫານງານຊາວຫນຸ່ມ ກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໄຂກອງປະຊຸມໃຫຍ່ ຄັ້ງທີ X

youth union meeting1  youth union meeting2

ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ດຳ​ເນີນກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ X ຂອງ​ຕົນຂຶ້ນ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 20 ມີນາ 2015, ທີ່​ຫ້ອງ​ປະຊຸມ​ໃຫຍ່ ກະຊວງ​ການ​ຕ່າງປະ​ເທດ, ​ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ ສະຫາຍ ​ແສງ​ແກ້ວ ປວງ​ປະດິດ, ກຳມະການ​ສູນ​ກາງ​ຊາວ​ຫນຸ່ມ​ປະຊາຊົນ ປະຕິວັດ​ລາວ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ​​​ໂດຍ​ການໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ, ກຳມະການ​ສູນ​ກາງ​ພັກ, ຮອງ​ເລຂາ​ຄະນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ຮອງ​ຫົວໜ້າຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ, ລັດຖະມົນຕີ​ຊວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ; ສະຫາຍ ດຣ. ວິ​ໄລ​ວົງ ບຸດ​ດາ​ຄຳ, ​ເລຂາ​ຄະນະ​ພັກ, ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ປະຊາຊົນ ປະຕິວັດ​ລາວ ; ມີ​ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ຂອງ​ກະຊວງ, ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ, ສະມາຊິກຊາວ​ຫນຸ່ມ ​ແລະ ​ແຂກ​ຖືກ​ເຊີນ ​ເຂົ້າ​ຮ່ວມຢ່າງ​ພ້ອມພຽງ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487096
ມື້ນີ້122
ມື້ວານ210
ອາທິດນີ້758
ເດືອນນີ້489