ພະນະທ່ານ,
ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 59 ປີ, ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງ ຈິງໃຈ ແລະ ພອນໄຊອັນປະເສີດ ມາຍັງ ລັດຖະບານ ແລະ ປະຊາຊົນມາເລເຊຍ ເພື່ອນມິດ ທຸກຖ້ວນຫນ້າ.
ນະຄອນຫລວງວຽງຈັນ, ວັນທີ 18 ສິງຫາ 2016
ພະນະທ່ານ ຈາໂນສ ອາເດີ,
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຮົງກາຣີ
ທີ່ ບູດາແປສ໌
ພະນະທ່ານ,
ເນື່ອງໃນໂອກາດວັນຊາດ ຮົງກາຣີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ປະຊາຊົນ ຮົງກາຣີ ທຸກຖ້ວນໜ້າ.
ຂ້າພະເຈົ້າ ຫວັງວ່າຈະໄດ້ຮ່ວມເຮັດວຽກກັບພະນະທ່ານ ເພື່ອຮັດແໜ້ນການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດພວກເຮົາ ມີຄວາມເລິກເຊິ່ງຍິ່ງໆຂຶ້ນ.
ພະນະທ່ານ ໂກນີ ສໍລາສິເອິດສ ໂຈຮັນເນດສອນ
ປະທານາທິບໍດີ ແຫ່ງ ສະທາລະນະລັດ ໄອສ໌ແລນ
ທີ່ ເຣຈາວິກ
ພະນະທ່ານ,
ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສະທາລະນະລັດ ໄອສ໌ແລນ, ຂ້າພະເຈົ້າຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ແລະ ພອນໄຊອັນປະເສີດມາຍັງພະນະທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງ ໃນໜ້າທີ່ວຽກງານອັນສູງສົ່ງຂອງພະນະທ່ານ.