ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ໂທລະສານຕ່າງໆ

ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາເຊັກໄບຊານ ສົ່ງສານຊົມເຊີຍ ເຖິງ ຄູ່ຮ່ວມຕຳແໜ່ງຝ່າຍລາວ

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ນະຄອນຫຼວງວຽງຈັນ,

 

ພະນະທ່ານ,

 

ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ຫວັງວ່າ ພວກເຮົາຈະໄດ້ອອກແຮງຮ່ວມກັນ ເພື່ອພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ອາເຊັກໄບຊານ ແລະ ລາວ.

ອ່ານເພີ່ມເຕີມ... 

ປະທານາທິບໍດີ ເບລາຣຸດ ສົ່ງສານຊົມເຊີຍ ເຖິງ ຄູ່ຮ່ວມຕຳແໜ່ງຝ່າຍລາວ ໃນໂອກາດທີ່ໄດ້ຮັບຕຳແໜ່ງໃໝ່

 

ພະນະທ່ານ ບຸນຍັງ ວໍລະຈິດ

ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ທີ່ ນະຄອນຫຼວງວຽງຈັນ,

 

ພະນະທ່ານ,

 

ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍຢ່າງຈິງໃຈ ມາຍັງ ພະນະທ່ານ ເນື່ອງໃນໂອກາດທີ່ ພະນະທ່ານ ໄດ້ຖືກຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ຂ້າພະເຈົ້າ ເຊື່ອໝັ້ນວ່າ ປະສົບການທາງດ້ານການເມືອງຂອງພະນະທ່ານ ຈະຮັບໃຊ້ການພັດທະນາປະເທດລາວ ໃຫ້ປະສົບຜົນສຳເລັດ.

ອ່ານເພີ່ມເຕີມ... 

ສານຊົມເຊີຍ ຈາກ ການນຳຕວັກກີ ສົ່ງເຖິງ ການນຳລາວ ເນື່ອງໃນໂອກາດທີ່ໄດ້ຮັບຕຳແໜ່ງໃໝ່

 

ພະ​ນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ທີ່ ນະຄອນຫຼວງວຽງຈັນ,

 

ພະນະທ່ານ,

 

ເນື່ອງໃນໂອກາດທີ່​​ພະນະທ່ານຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ​ ມາ​ຍັງ ພະ​ນະ​ທ່ານ.

 

ຂ້າພະເຈົ້າ​ເຊື່ອ​ໝັ້ນວ່າ ສາຍ​ພົວ​ພັນ​ມິດ​ຕະ​ພາບ ລະຫວ່າງ ສອງປະເທດພວກເຮົາ ທີ່ພະ​ນະ​ທ່ານ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຫຼວງ​ຫຼາຍ ​ໃນ​ໄລ​ຍະ​​ທີ່​ເປັນ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດນັ້ນ, ຈະ​ໄດ້ຮັບ​ການເສີມ​ຂະ​ຫຍາຍ​ຕໍ່​ໄປໃນ​ທຸກ​ຂົງ​ເຂດໄລ​ຍະ​ທີ່​ພະ​ນະ​ທ່ານ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີນີ້ ເພື່ອ​ຜົນ​ປະ​ໂຫຍດ​ຂອງສອງ​ຊາດພວກ​ເຮົາ​​.

 

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ,

 

 

ເມລັດຄາວູໂຊລູ

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ  ສາທາລະນະລັດ ຕວກກີ

ອັງຄາລາວັນທີ 09 ພຶດ​ສະ​ພາ 2016

 

 

 

 

 

ພະ​ນະ​ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

 

ທີ່ ນະຄອນຫຼວງວຽງຈັນ, 

ພະ​ນະ​ທ່ານ,

ເນື່ອງໃນໂອກາດທີ່​​ພະ​ນະ​ທ່ານ​ຖືກ​ແຕ່ງຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງເປັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະລັດ ປະຊາທິປະໄຕ ປະຊາຊົນລາວຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄວາມຊົມເຊີຍຢ່າງຈິງໃຈ​ ​ມາ​ຍັງ ​ພະ​ນະ​ທ່ານ.

ຂ້າພະເຈົ້າ ເຊື່ອ​ໝັ້ນວ່າ ​ໄລ​ຍະ​ທີ່ພະ​ນະ​ທ່ານ ດໍາລົງ​ຕໍາແໜ່ງນີ້ ສາຍພົວພັນມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ ລະຫວ່າງ ສອງປະເທດພວກເຮົາ​ ​ຈະ​ໄດ້ຮັບ​ການເສີມ​ຂະ​ຫຍາຍ​​ແໜ້ນ​ແຟ້ນ​ຍິ່ງ​ຂື້ນ​ໃນ​ທຸກ​ຂົງ​ເຂດ ເພື່ອ​ຜົນ​ປະ​ໂຫຍດ​ຂອງສອງ​ຊາດພວກ​ເຮົາ. 

ດ້ວຍ​ຄວາມ​ນັບ​ຖື​ຢ່າງ​ສູງ

 

ເມລັດຄາວູໂຊລູ

ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ  ສາທາລະນະລັດ ຕວກກີ

ອັງຄາລາວັນທີ 09 ພຶດ​ສະ​ພາ 2016

 

 

 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488387
ມື້ນີ້184
ມື້ວານ150
ອາທິດນີ້749
ເດືອນນີ້1780