ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະເທດ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​​ທີປຶກສາຫາລືເສດ​ຖະ​ກິດ​ໂລກ ວ່າ​ດ້ວຍ ອາ​ຊຽນ ຄັ້ງ​ທີ 25

saluemsay wef

 

ໃນວັນທີ 01-02 ມິຖຸນາ 2016 ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະເທດ ​ແຫ່ງ ສປປ ລາວ ໄດ້​ນຳ​ພາ​ຄະ​ນະ​ຜູ້​ແທນ​ ເຂົ້າ​ຮ່ວມກອງ​ປະ​ຊຸມ​ເວ​​ທີປຶກສາຫາລືເສດ​ຖະ​ກິດ​ໂລກວ່າ​ດ້ວຍ ອາ​ຊຽນ ຄັ້ງ​ທີ 25 (25th World Economic Forum on ASEAN) ​ທີ່ ກົວລາລຳເປີ, ປະ​ເທດ ມາເລເຊຍ ໂດຍ​ການເປັນປະທານຮ່ວມ ຂອງ ພະນະທ່ານ ນາຈິບ ຣາຊັກ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ແລະ ອົງ​ການ​ເວ​ທີປຶກສາຫາລື​ເສດ​ຖະ​ກິດ​ໂລກ (WEF). ກອງປະຊຸມໃນ​ຄັ້ງ​ນີ້ ໄດ້ມີບັນດາຜູ້ນຳອ​າ​ຊຽນ ແລະ ຂອງຫຼາຍປະເທດ, ຕົວແທນຈາກ​ພາກ​ລັດ​ຖະ​ບານ ແລະ ພາກ​ທຸ​ລະ​ກິດ​ໃນພາກ​ພື້ນ​ ແລະ ໃນ​ໂລກ ເຂົ້າ​ຮ່ວມ​ຫຼາຍກວ່າ 600 ​ທ່ານ ຈາກ 50 ປະເທດໃນ​ໂລກ.

ອ່ານເພີ່ມເຕີມ... 

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມໂຕະມົນ ອາຊີ-ປາຊີຟິກ ຄັ້ງທີ 30

saluemsay kl  saluemsay kl 1

 

ໃນລະຫວ່າງວັນທີ 30 ພຶດສະພາ ຫາ 1 ມິຖຸນາ 2016, ທີ່ ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ​ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ອາຊີ-ປາຊີຟິກ ຄັ້ງທີ 30 (APR@ 30) ໃນຖານະເປັນແຂກພິເສດ ແລະ ໄດ້ມີຄໍາເຫັນຕໍ່ ວາລະທີສອງ ຂອງກອງປະຊຸມດັ່ງກ່າວ (ປະຊາຄົມອາຊຽນ: ການ​ເຊື່ອມ​ໂຍງ​ໃນ​ຍຸກ​ແຫ່ງ​ການ​ຕໍ່ສູ້​ຍາດ​ແຍ່ງດ້ານ​ຜົນ​ປະ​ໂຫຍ​ດ), ເຊິ່ງໄດ້ຮັບການຕີລາຄາສູງຈາກຜູ້ເຂົ້າຮ່ວມກອງປະຊຸມ. ກອງ​ປະຊຸມ​ຄັ້ງ​ນີ້ ​ໄດ້​ດຳ​ເນີນ​ໄປ​ພາຍ​ໃຕ້​ຫົວ​ຂໍ້​ໃຫຍ່ “ ການ​ຮ່ວມ​ມື ​ແລະ ການ​ແຂ່ງຂັນ​ທ່າມກາງ​ສະພາບ​ການ​ປ່ຽນ​ແປງ​ຂອງ​ພາກພື້ນ ( Cooperation and Contestation in a Changing Regional Landscape ),​​ ເຊິ່ງມີ​ 4 ຫົວ​ຂໍ້ຫ​ຍ່ອຍຄື: 1. ຄວາມໝັ້ນຄົງ​ໃນ​ພາກພື້ນອາຊີ-ປາຊີ​ຟິກ:​ ສະພາບ​ການ​ໃນ​ປັດຈຸບັນ ​ແລະ ທິດ​ທາງ​ໃນ​ອານາ​ຄົດ; 2. ປະຊາ​ຄົມ​ອາຊຽນ: ການ​ເຊື່ອມ​ໂຍງ​ໃນ​ຍຸກ​ແຫ່ງ​ການ​ຕໍ່ສູ້​ຍາດ​ແຍ່ງ​ດ້ານ​ຜົນ​ປະ​ໂຫຍ​ດ; 3. ຍຸດ​ທະ​ສາດ​ດ້ານ​ຈິດ​ໃຈ ​ເພື່ອ​ຕໍ່ສູ້​ກັບ​ຄວາມ​ມືດ​ບອດ, ການ​ໃຊ້​ກຳລັງ ​ແລະ ຄວາມ​ຮຸນ​ແຮງ; ​ແລະ 4. ລາຄາ​ນໍ້າມັນ, ການ​ປ່ຽນ​ແປງ​ສະພາບດິນ​ຟ້າ​ອາກາດ ​ແລະ ພູມ​ສາດ​ການ​ເມືອງ​ໂລກ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອານາ​ຄົດ.

ອ່ານເພີ່ມເຕີມ... 

ຜູ້ນຳເຮົາຕ້ອນຮັບເລຂາຄະນະພັກນະຄອນໂຮ່ຈິີ່ມິງ

bounyung greeting viet NA slide

ວັນທີ 30 ພຶດສະພາ 2016, ຜູ້ນຳເຮົາປະກອບມີ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ; ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ; ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແລະ ສະຫາຍໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ສະຫາຍ ດິງ ລາຖັງ​, ກຳມະການກົມການເມືອງສູນກາງພັກ, ສະມາຊິກສະພາແຫ່ງຊາດ, ເລຂາຄະນະພັກນະຄອນໂຮ່ຈິີ່ມິງ, ສສ.ຫວຽດນາມ ພ້ອມຄະນະ, ໃນໂອກາດທີ່ ສະຫາຍເດີນທາງມາຢ້ຽມຢາມແລະເຮັດວຽກຮ່ວມກັບຄະນະພັກນະຄອນຫລວງວຽງຈັນ​.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486133
ມື້ນີ້49
ມື້ວານ215
ອາທິດນີ້1169
ເດືອນນີ້5438