ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ (Ms. Sara Sekeness-Tollefsen), ເພື່ອມາດຳລົງຕຳແໜ່ງເປັນຜູ້ປະສານງານຂອງ ອົງການສະຫະປະຊາຊາດ (UNRC) ຄົນໃໝ່ ປະຈຳ ສປປ ລາວ.
ໃນວັນທີ 28-29 ເມສາ 2019,ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ໄປຢ້ຽມຢາມແຂວງຟູຈ້ຽນ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຢູເວີຍກົວ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຟູຈ້ຽນ. ສະຫາຍ ຢູເວີຍກົວ ໄດ້ຕາງໜ້າຄະນະພັກ, ອຳນາດການປົກຄອງແຂວງ ແລະ ປະຊາຊົນທົ່ວແຂວງຟູຈ້ຽນ ສະແດງຄວາມຍິນດີຕ້ອນຮັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດລາວ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຈະເປັນການປະກອບສ່ວນເຂົ້າໃນການຜັນຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງສອງປະເທດ, ພ້ອມທັງໄດ້ແຈ້ງໃຫ້ຄະນະຊາບ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍແນວຄິດສີຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່, ກໍຄື ບັນດາຜົນສຳເລັດຮອບດ້ານໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນບັນດາຜົນສໍາເລັດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຟູຈ້ຽນ. ສະຫາຍເລຂາພັກແຂວງຟູຈ້ຽນ ໄດ້ສະແດງຄວາມພາກພູມໃຈທີ່ເຫັນວ່າ ການຮ່ວມມື ລະຫວ່າງ ສອງປະເທດ ຈີນ-ລາວ ພວມໄດ້ຮັບບການເສີມຂະຫຍາຍ ແລະ ແຂວງຟູຈ້ຽນ ຍິນດີທີ່ຈະຜັນຂະຫຍາຍເນື້ອໃນແຜນແມ່ບົດ ວ່າດ້ວຍ ຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ ເລຂາທິການໃຫຍ່ຂອງພັກ ຈີນ-ລາວ ຈະເຊັນກັນໃນໂອກາດຂອງການຢ້ຽມຢາມລັດຖະກິດ ສປ ຈີນ ໃນຄັ້ງນີ້ ໃຫ້ເປັນຮູບປະທຳ.
ໃນຕອນແລງວັນທີ 30 ເມສາ 2019, ໃນໂອກາດຢ້ຽມຢາມລັດຖະກິດ ສປຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.