ຮັບທູດ ສປປ ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ
ຮັບທູດ ສປ ຈີນ ຄົນໃໝ່ ປະຈຳ ສປປ ລາວ
ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ-ສາທາລະນະລັດ ອິນເດຍ ຄັ້ງທີ 9ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2018, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອິນເດຍ, ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມຫຼາຍກວ່າ 40 ທ່ານ.