ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ປະເທດສິງກະໂປ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສ. ເກົາຫຼີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ.
ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ແອມມານູແອນ ມາຄຣົງ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ຝຣັ່ງ, ພະນະທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ສາທາລະນະລັດ ຝຣັ່ງ ໃນລະຫວ່າງວັນທີ 09-13 ພະຈິກ 2018 ເພື່ອເພີ່ມທະວີການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຝຣັ່ງ ແລະ ເພື່ອເຂົ້າຮ່ວມ ພິທີລະນຶກວັນສິ້ນສຸດສົງຄາມໂລກຄັ້ງທີ 1 ຄົບຮອບ 100 ປີ ທີ່ ປາຣີ.
ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດ ສິງກະໂປ (ປະທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.