ໃນວັນທີ 05 ຕຸລາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting-SOM) ແລະ ກອງປະຊຸມປຶກສາຫາລືຮ່ວມເຈົ້າໜ້າທີ່ອາວຸໂສສາມເສົາຄໍ້າປະຊາຄົມອາຊຽນ (Joint Consultative Meeting-JCM) ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນຖານະປະທານອາຊຽນສົກປີ 2022.
ໃນວັນທີ 28 ກັນຍາ 2022, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ໄພວັນ ພູມິນພົນເສນາ, ຄົນເຊື້ອຊາດລາວ, ສັນຊາດ ອົດສະຕຣາລີ, ກໍາມະການສູນກາງແນວລາວສ້າງຊາດ ຢູ່ປະເທດ ອົດສະຕຣາລີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ວັນທີ 28 ກັນຍາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຂໍ່ານັບຂອງ ທ່ານ Jayant N. Khobragade, ທູດອິນເດຍປະຈໍາອາຊຽນ ທີ່ກະຊວງການຕ່າງປະເທດ ໃນໂອກາດ ທ່ານທູດ ອິນເດຍມາເຄື່ອນໄຫວເຮັດວຽກກັບມະຫາວິທະຍາໄລແຫ່ງຊາດລາວ.