ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຄະນະນຳກະຊວງການຕ່າງປະເທດ ເຂົ້າວາງພວງມາລາ ໃນວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 70 ປີ

slk1 24  slk2-24

ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 70 ປີ (21/3/1946-21/3/2016), ໃນວັນທີ 19 ມີນາ 2016, ທ່ານ ສະເຫຼີມໄຊ ກົມມະສິດ, ເລຂາຄະນະພັກກະຊວງການຕ່າງປະເທດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ທີ່ ສຸຸສານນັກຮົບປະຕິວັດ (ຫຼັກ 24) ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ສັດຕູຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະເລືອດເນື້ອເພື່ອແຜ່ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ, ເຖິງຄຸນງາມຄວາມດີດັ່ງກ່າວແມ່ນໄດ້ຖືກຈາລຶກໄວ້ໃນປະວັດສາດ ແລະ ຊີວິດຈິດໃຈຂອງປວງຊົນລາວຕະຫຼອດການ.

ພິທີເຊັນປື້ມໄຫວ້ອາໄລແກ່ດວງວິນຍານຂອງທ່ານທູດກູບາ ປະຈຳລາວ

console em cuba1  console em cuba2

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 15 ມີນາ 2016, ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ ກູ​ບາ, ທ່ານ ​ແສງ​ເພັດ ຮຸ່ງ​ບຸນ​ຍວງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ແຫ່ງ ສປປ ລາວ ພ້ອມດ້ວຍບັນດາຄະນະກົມຂອງກະຊວງການຕ່າງປະເທດ ໄດ້ຕາງໜ້າ​ໃຫ້​ຄະນະ​ນຳ​ກະຊວງ​ການ​ຕ່າງປະ​ເທດ ​ເຊັນ​ປື້ມໄຫວ້ອາໄລແກ່ດວງວິນຍານຂອງທ່ານ Jorge Rey Jimenez, ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສາທາລະນະ​ລັດ​ ກູ​ບາ ປະຈຳ ສປປ ລາວ ທີ່​ໄດ້​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 13 ມີນາ 2016, ທີ່​ນະຄອນຫຼວງວຽງຈັນ ດ້ວຍ​ພະຍາດ​ກະທັນຫັນ.

ອ່ານເພີ່ມເຕີມ... 

ກອງປະຊຸມລັດຖະມົນຕີຂອບການຮ່ວມມືແຫ່ງອາຊີ ຄັ້ງທີ 14

slx 2016.2.13

ໂດຍຕອບສະໜອງຕາມການເຊີນຂອງ ທ່ານ ດອນ ປຣະມັດວິໄນ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ຄະນະຜູ້ແທນຂອງ ສປປ ລາວ ນໍາໂດຍ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມລັດຖະມົນຕີຂອບ​ການການຮ່ວມມືແຫ່ງອາຊີ ຄັ້ງທີ 14 (14th ACD Ministerial Meeting) ໃນວັນທີ 9-10 ມີນາ 2016 ທີ່ ບາງກອກ, ປະ​ເທດ ໄທ. ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາເນປານ ເຂົ້າເປັນສະມາຊິກໃໝ່ ເປັນປະເທດ 34, ໄດ້ທົບທວນຄືນການຈັດຕັ້ງປະຕິບັດບັນດາກິດຈະກໍາ,ໂຄງການຮ່ວມມືເອຊີດີ ໃນໄລຍະທີ່ຜ່ານມາ. ນອກຈາກ​ນັ້ນ, ກອງ​ປະຊຸມ​​ໄດ້ປຶກສາຫາລື ບັນດາເອກະສານຕ່າງໆ ສໍາລັບກອງປະຊຸມ ສຸດຍອດຄັ້ງທີ 2 ທີ່ຈະຈັດໃນເດືອນຕຸລາ 2016 ແລະ ຮັບຮອງເອົາເອກະສານຄື: ວາລະກອງປະຊຸມ, ຖະແຫຼງການປະທານ, ​ແນວຄວາມຄິດວິໄສທັດ ສໍາລັບການຮ່ວມມືອາຊີ 2030 ​ໂດຍ​ສະເພາະ​ເນັ້ນ​ໃສ່ການເຊື່ອມຈອດພາກພື້ນ, ຂະແໜງບຸລິມາສິດໃນການຮ່ວມມື, ພິຈາລະນາການສ້າງຕັ້ງກອງເລຂາຖາວອນ ແລະ ບັນຫາ​ສໍາຄັນອື່ນໆ ແລະ ລວມທັງທິດທາງການຮ່ວມມື ໃນອານາຄົດ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487212
ມື້ນີ້47
ມື້ວານ191
ອາທິດນີ້874
ເດືອນນີ້605