ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ ລົງເຄື່ອນໄຫວເຮັດວຽກຢູ່ 3 ເມືອງຊາຍແດນ ຢູ່ແຂວງໄຊຍະບູລີ

 

 

WorikingOnBorderSection1WorikingOnBorderSection2

 

ໃນລະຫວ່າງວັນທີ 08-10 ສິງຫາ 2022, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະເຈົ້າໜ້າທີ່ອາວຸໂສຮ່ວມ ລາວ-ໄທ (ຝ່າຍລາວ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງທົ່ງມີ ໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ, ແຂວງໄຊຍະບູລີ ເພື່ອທໍາການກວດກາພື້ນທີ່ຕົວຈິງຈຸດຊາຍແດນທີ່ຍັງບໍ່ທັນສໍາເລັດການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນຢູ່ບໍລິເວນເມືອງທົ່ງມີໄຊ, ເມືອງບໍ່ແຕນ ແລະ ເມືອງແກ່ນທ້າວ,​ ແຂວງໄຊຍະບູລີ. ພ້ອມດຽວກັນ ກໍ່ໄດ້ຮັບຟັງການລາຍງານສະພາບການຕ່າງໆທີ່ເກີດຂຶ້ນຕາມບໍລິເວນຊາຍແດນ ແລະ ໃຫ້ກຽດໂອ້ລົມກັບອົງການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ເພື່ອແນໃສ່ເຮັດໃຫ້ປະຊາຊົນທີ່ອາໄສຢູ່ຕາມຊາຍແດນ ໄດ້ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເຈົ້າການໃນການປະຕິບັດລະບຽບຫຼັກການໃນການທໍາມາຫາກິນ, ເຮັດການຜະລິດກະສິກໍາ ແລະ ການເຂົ້າ-ອອກ ຂ້າມຜ່ານຕາມບໍລິເວນຊາຍແດນໃຫ້ຖືກຕ້ອງຕາມກົດໝາຍ.

ອ່ານເພີ່ມເຕີມ... 

ພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ

 

2022 8 11 133 LVjpg111

2022 8 11 LV2

2022 8 11 133 LV3

 

ໃນຕອນເຊົ້າຂອງ ວັນທີ 11 ສິງຫາ 2022 ຢູ່ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 113 ປີ ແລະ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມຂຶ້ນ ໃຫ້ກຽດບັນຍາຍໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ເຊຶ່ງມີບັນດາ ສະຫາຍ ຄະນະພັກ-ຄະນະນຳກະຊວງ, ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ, ບັນດາສະຫາຍສະມາຊິກພັກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ ຫຼາຍກວ່າ 600 ສະຫາຍ.    

ອ່ານເພີ່ມເຕີມ... 

ຄະນະຜູ້ແທນລາວ ເຂົ້າຮ່ວມ ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ

 

SEANWFZ 1

AICHR 2

 

ໃນຕອນບ່າຍຂອງວັນທີ 02 ສິງຫາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ໂດຍການມອບໝາຍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ທອງ​ຜ່ານ ສະ​ຫວັນ​ເພັດ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມພົບປະລະຫວ່າງລັດຖະມົນຕີຕ່າງປະເທດອາຊຽນ ແລະ ຄະນະກໍາມາທິການລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ພາຍໃຕ້ການເປັນປະທານຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນນາມປະທານອາຊຽນ ປີ 2022.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486398
ມື້ນີ້94
ມື້ວານ220
ອາທິດນີ້60
ເດືອນນີ້5703