ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມປຶກສາຫາລື ວ່າດ້ວຍການສຸມບັນດາຂອບການຮ່ວມມືຂົງເຂດອະນຸພາກພື້ນແມ່ນໍ້າຂອງ ໃຫ້ສອດຄ່ອງກັບເປົ້າໝາຍຂອງອາຊຽນ

 

ASEANsom11 ASEANsom44 ASEANsom33

 

ໃນຕອນເຊົ້າ ຂອງວັນທີ 14 ກໍລະກົດ 2020, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີຕ່າງປະເທດ,​ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ວ່າດ້ວຍການສຸມບັນດາຂອບການຮ່ວມມືຂົງເຂດອະນຸພາກພື້ນແມ່ນໍ້າຂອງ ໃຫ້ສອດຄ່ອງກັບເປົ້າໝາຍຂອງອາຊຽນ (ASEAN Forum on Sub-regional Development:Converging Mekong Sub-regional Cooperation with ASEAN Goals). ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ​ ໄດ້ເປັນກຽດເປັນຜູ້ສະເໜີໃນພາກທີ 3 ພາຍໃຕ້ຫົວຂໍ້ ການເພີ່ມທະວີບົດບາດຂອງອາຊຽນ ໃນການພັດທະນາອະນຸພາກພື້ນ”, ເຊິ່ງນອກຈາກສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ໄດ້ຈັດກອງປະຊຸມທີ່ສໍາຄັນນີ້ແລ້ວ, ຍັງໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນຂອງບັນ ດາຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງປະເທດສະມາຊິກ, ການຫລຸດຜ່ອນຄວາມທຸກຍາກ, ການເຊື່ອມຈອດ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາລະຫວ່າງ ປະເທດສະມາຊິກອາຊຽນ ແລະ ສະເໜີໃຫ້ສືບຕໍ່.

ອ່ານເພີ່ມເຕີມ... 

ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກເຈົ້າຫນ້າທີ່ອາວຸໂສຂະແໜງການກ່ຽວຂ້ອງຂອງອາຊຽນ ກ່ຽວກັບ ແຜນຟື້ນຟູຮອບດ້ານຂອງອາຊຽນ ຫຼັງໂຄວິດ-19

 

20200714 ASEAN-2

20200714 ASEAN--4

 

ໃນຕອນບ່າຍຂອງວັນທີ 14 ກໍລະກົດ 2020 ທີ່ ກະຊວງການຕ່າງປະເທດ, ນະຄອນຫຼວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລືທາງໄກເຈົ້າໜ້າທີ່ອາວຸໂສຂະແໜງການກ່ຽວຂ້ອງຂອງອາຊຽນ ກ່ຽວກັບ ຮ່າງແຜນຟື້ນຟູຮອບດ້ານອາຊຽນ ຫຼັງໂຄວິດ-19 ພາຍໃຕ້ການເປັນປະທານຂອງຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020.

ອ່ານເພີ່ມເຕີມ... 

ກອງປະຊຸມວຽກງານກວດກາປະຈຳປີ 2019 ຂອງກະຊວງການຕ່າງປະເທດ ປິດລົງດ້ວຍຜົນສຳເລັດອັນຈົບງາມ

 

20200720 Inspection Dept 1

20200720 Inspection Dept 2

20200720 Inspection Dept 3

 

          ໃນວັນທີ 02 ກໍລະກົດ 2020, ກອງປະຊຸມສະຫລຸບການເຄື່ອນໄຫວວຽກງານກວດກາປະຈຳປີ 2019 ຂອງກະຊວງການຕ່າງປະເທດ ໄດ້ຈັດຂຶ້ນຢ່າງເປັນທາງການ ໂດຍການເປັນກຽດເປັນ​ປະທານ​ຂອງ​ ສະຫາຍ ທອງສະຫວັນ ພົມວິຫານ, ຄະນະປະຈຳພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ (ຜູ້ຊີ້ນຳວຽກງານກວດກາ); ມີຄະນະ​ພັກ-ຄະນະ​ນຳກະຊວງ, ບັນດາຫົວໜ້າ ແລະ ຄະນະກົມ, ແລະ ພະນັກງານຫຼັກແຫຼ່ງຂອງກະຊວງການຕ່າງປະເທດເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486414
ມື້ນີ້110
ມື້ວານ220
ອາທິດນີ້76
ເດືອນນີ້5719