ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ຈີນ-ລາວ ປຶກສາຫາລືມາດຕະການຜ່ອນຜັນ ສຳລັບການເດີນທາງທີ່ມີຄວາມຈຳເປັນ ແນໃສ່ອຳນວຍຄວາມສະດວກໃຫ້ການປະຕິບັດໂຄງການຮ່ວມມືສອງຝ່າຍ

 

20200618 DM Thongsavanh

 

ໃນວັນທີ 16 ມິຖຸນາ 2020 ຜ່ານມາທ່ານຈ່ຽງຈາຍຕົ່ງເອກອັກຄະລັດຖະທູດ ແຫ່ງ ສ​ປ ຈີນ ປະຈໍາ ສປປ ລາວ ໄດ້​ໂອ້ລົມ​ຜ່ານໂທລະສັບກັບທ່ານ ທອງສະຫວັນ ພົມວິຫານຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວເຊິ່ງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາໃນການພົວພັນຮ່ວມມື ລາວ-ຈີນ ເປັນຕົ້ນແມ່ນ ການໄປມາຫາສູ່ກັນຂອງການນຳຂັ້ນສູງ, ການຮ່ວມມືກ່ຽວກັບການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19, ມາດຕະການຜ່ອນຜັນສຳລັບການເດີນທາງທີ່ຈຳເປັນ, ການອຳນວຍຄວາມສະດວກໃຫ້ການປະຕິບັດບັນດາໂຄງການຮ່ວມມືທີ່ສໍາຄັນ ພາຍໃຕ້ເງື່ອນໄຂສືບຕໍ່ປ້ອງກັນພະຍາດໂຄວິດ-19 ຢ່າງເປັນປົກກະຕິ.

ອ່ານເພີ່ມເຕີມ... 

ກອງປະຊຸມປະຈໍາໄຕມາດຂອງຄະນະຈຸດປະສານງານເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ

20200612SDG

20200612SDG1

 

      ກະຊວງການຕ່າງປະເທດ ແລະ ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງ ປະຕິບັດເປົ້າໝາຍການພັດທະນາແບບຍືນຍົງໄດ້ຈັດກອງປະຊຸມປະຈໍາໄຕມາດຂອງຄະນະຈຸດປະສານງານເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະ ນາ ແບບຍືນຍົງ (ປພຍ) ຢູ່ ສປປ ລາວ, ໃນວັນທີ 12 ມິຖຸນາ 2020 ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ.

ອ່ານເພີ່ມເຕີມ... 

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ Covid-19 ຢູ່ ສປປ ລາວ

 

JapanAid2020-1

 

JapanAid2020-2

 

ໃນວັນທີ 05 ມິຖຸນາ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມໃນເອກະສານແລກປ່ຽນ ໂຄງການຊ່ວຍເຫຼືອລ້າ ຈາກ ລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງເຊື້ອພະຍາດ COVID-19 ຢູ່ ສປປ ລາວ, ຊຶ່ງຕາງໜ້າຝ່າຍລາວ ຮ່ວມລົງນາມໃນເອກະສານ ແລະ ກ່າວຮັບໂຄງການ ໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ຮ່ວມລົງນາມໃນເອກະສານ ແລະ ກ່າວມອບໂດຍ ທ່ານ ທາເກວາກະເຄໂຊ (TAKEWAKA Keizo), ເອກອັກຄະຣາຊະທູດ ຍີ່ປຸ່ນປະຈໍາ ສປປ ລາວ, ໂດຍການເຂົ້າຮ່ວມເປັນສັກຂີພະຍານ ຂອງບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍ ລາວ ແລະ ຍີ່ປຸ່ນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486359
ມື້ນີ້55
ມື້ວານ220
ອາທິດນີ້21
ເດືອນນີ້5664