ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ໃຫ້ແກ່ບັນດາຄະນະກົມ ແລະ ຄະນະພະແນກ ກໍຄື ພະນັກງານລັດຖະກອນ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ໃນວັນທີ 11 ທັນວາ 2017, ທີ່ ກະຊວງການຕ່າງປະເທດ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ.
ໃນວັນທີ 6 ທັນວາ 2017, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ມອບເງິນ ຈຳນວນ 62.289.000 ກີບ (ຫົກສິບສອງລ້ານ ແປດແສນເກົ້າສີບພັນກີບຖ້ວນ) ໃຫ້ແກ່ ທ່ານ ນາງ ໃບຄໍາ ຂັດຕິຍະ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດທຳມະຊາດ (ນ້ຳຖ້ວມ) ຢູ່ບັນດາແຂວງພາກເໜືອ, ພາກກາງ ແລະ ພາກໃຕ້ຂອງ ສປປ ລາວ ໃນໄລຍະຜ່ານ. ເງິນຈຳນວນດັ່ງກ່າວ ໄດ້ມາຈາກການປະກອບສ່ວນຂອງພະນັກງານ-ລັດຖະກອນກະຊວງການຕ່າງປະເທດ ທີ່ປະຕິບັດໜ້າທີ່ຢູ່ພາຍໃນ ແລະ ຕ່າງປະເທດ ລວມທັງ ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ ອາເມຣິກາ ຈຳນວນໜຶ່ງ.