ໃນວັນທີ 2 ກຸມພາ 2018, ທີ່ ຫໍປະຊຸມແຫ່ງຊາດ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຮ່ວມກັບຫ້ອງການປະສານງານອົງການສະຫະປະຊາຊາດ (UNRC) ໄດ້ຈັດກອງປະຊຸມທົບທວນຄືນປະຈຳປີ ການຈັດຕັ້ງປະຕິບັດຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການສະຫະປະຊາຊາດ (Lao PDR-UNPF 2017-2021), ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ນາງ ກາຣີນາ ອິມໂມເນັນ, ຜູ້ປະສານງານອົງການສະຫະປະຊາຊາດ, ທັງເປັນຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ, ມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງ ແລະ ຂະແໜງການ ກ່ຽວຂ້ອງອ້ອມຂ້າງສູນກາງ, ບັນດາອົງການເຄືອຂ່າຍ ຂອງສະຫະປະຊາຊາດ ແລະ ບັນດາຄູ່ຮ່ວມພັດທະນາ ທີ່ມີຫ້ອງການປະຈຳ ຢູ່ ສປປ ລາວ ເຂົ້າຮ່ວມ ທັງໝົດປະມານ 100 ກວ່າທ່ານ.
ໃນວັນທີ01ກຸມພາ 2018, ທີ່ ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຢູເຊບ ຄາມາ ບູໂທສ ຮັນນາ (Youssef Kamal Boutros Hanna),ເອກອັກຄະລັດຖະທູດແຫ່ງ ສາທາລະນະລັດ ອາຣັບ ເອຢິບ ປະຈຳສປປລາວ,ທີ່ມີສຳນັກງານຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ.
ໃນວັນທີ 29-30 ມັງກອນ 2018, ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງບໍລິຄຳໄຊ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາກົນ ແລະ ທາບທາມຮ່າງນິຕິກຳກ່ຽວກັບຂະແໜງການຕ່າງປະເທດຂັ້ນທ້ອງຖິ່ນ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ໂດຍມີບັນດາ ທ່ານຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ຜູ້ຕາງໜ້າຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງຈາກແຂວງວຽງຈັນ, ຄຳມ່ວນ, ສະຫວັນນະເຂດ, ໄຊສົມບູນ, ຊຽງຂວາງ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຈໍານວນ 150 ກ່ວາທ່ານ.