ສປປ ລາວ ແລະ ຮົງກາຣີ ໄດ້ສ້າງຕັ້ງສາຍພົວພັນທູດນຳກັນ ໃນວັນທີ 12 ກັນຍາ 1962 ແລະ ມາເຖິງປີ 2017 ນີ້ ການພົວພັນການທູດດັ່ງກ່າວ ໄດ້ໜູນວຽນມາຄົບຮອບ 55 ປີ ພໍດີ.
ຕະຫຼອດເຄິ່ງສັດຕະວັດທີ່ຜ່ານມາ ເຖິງແມ່ນວ່າສະພາບຂອງສາກົນມີການຜັນແປຢູ່ເລື້ອຍໆ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ ບົນພື້ນຖານແຫ່ງການເຄົາລົບນັບຖືເຊິ່ງກັນ ແລະກັນ ແລະ ຫຼັກການແຫ່ງ ການພົວພັນສາກົນ ແລະ ທັງສອດຄ່ອງກັບຄວາມມຸ້ງມາດປາຖະໜາ ຂອງປະຊາຊົນສອງຊາດ ລາວ-ຮົງກາຣີ.
ໃນວັນທີ 07 ທັນວາ 2017, ກະຊວງການຕ່າງປະເທດ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມປຶກສາຫາລືດ້ານການເມືອງສອງຝ່າຍ ຄັ້ງທີ 2 ລະຫວ່າງ ສປປ ລາວ ແລະ ສະມາພັນທະລັດສະວິສ໌, ຊຶ່ງ ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນສະວິສ໌ ນໍາໂດຍ ທ່ານ ໂຈຮານແນສ໌ ມັດຢາຊີ (Johannes Matyassy) ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ແຫ່ງ ສະມາພັນທະລັດສະວິສ໌.