ພາຍຫຼັງທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ ຕາມການສະເໜີຂອງນາຍົກ ແລະ ຜ່ານການຮັບຮອງຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ 8, ໃນວັນທີ 20 ເມສາ 2016 ທີ່ຜ່ານມາ; ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບອວຍພອນຂອງບັນດາ ເອກອັກຄະລັດຖະທູດຕ່າງປະເທດ ປະຈຳ ສປປ ລາວ.
ໃນຕອນບ່າຍຂອງວັນທີ 13 ພຶດສະພາ 2016, ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຂົ້າຮ່ວມພິທີ ແລະ ລົງນາມປຶ້ມໄຫວ້ອາໄລແກ່ ພະນະທ່ານ ໂດມີນໂກ (Domingo L. Siazon, Jr), ອາດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຟີລິບປີນ ແລະ ອາດີດເອກອັກຄະລັດຖະທູດ ຟີລິບປີນ ປະຈຳ ໂອຕຼິດ ແລະ ຢີ່ປຸ່ນ. ພິທີເຊັນປຶ້ມໄຫວ້ອາໄລໄດ້ຈັດຂຶ້ນ ຢູ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສ.ຟີລິບປີນ, ທີ່ ນະຄອນຫຼວງວຽງຈັນ.
ໃນວັນທີ 8 ພຶດສະພາ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ເປັນປະທານ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ, ທີ່ ໂຮງແຮມ ວິນລາ ສັນຕິ ຣີສອດ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳ ສໍານັກງານນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໂດຍການເຂົ້າຮ່ວມຂອງບັນດາຄະນະຜູ້ແທນຂອງຜູ້ເຂົ້າຮ່ວມເວທີພາກພື້ນອາຊຽນ ແລະ ຕາງໜ້າຈາກ ກອງເລຂາອາຊຽນ.