ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ພິທີລົງນາມ ເອກະສານແລກປ່ຽນໂຄງການຊ່ວຍເຫລືອລ້າຈາກ ລັດຖະບານຍີ່ປຸ່ນ

 

JP ODA

 

ໃນວັນ​ທີ 04 ກໍລະກົດ 2016, ​ທີ່ ກະຊວງການຕ່າງປະເທດ, ​ໄດ້ມີພິທີລົງນາມເອກະສານແລກປ່ຽນໂຄງ​ການ​ຊ່ວຍ​ເຫລືອ​ລ້າ ຈາກ​ລັດ​ຖະ​ບານ​ຍີ່​ປຸ່ນ ໃຫ້ແກ່ ສປປ ລາວ ຈຳ​ນວນ 01 ໂຄງ​ການ​ຄືໂຄງການພັດທະນາຊັບພະຍາກອນມະນຸດ (Human Resource Development Scholarship Project), ມູນຄ່າ 308.000.000 ​ເຢັນ.ຕາງ​ໜ້າ​ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວ ຮ່ວມ​ລົງ​ນາມເອກະ​ສານ​ແລກ​ປ່ຽນ​ດັ່ງ​ກ່າວ ແມ່ນ ທ່ານ ນາງ ຄຳເພົາ ເອີນທະວັນຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງ​ໜ້າ​ລັດ​ຖະ​ບານ​ຍີ່​ປຸ່ນ ແມ່ນ ທ່ານ ຕາເກຊິ ຮິກິຮາຣາ (Takeshi HIKIHARA), ​ເອກອັກຄະລັດ​ຖະທູດຍີ່ປຸ່ນ ປະຈໍາ ສປປ ລາວໂດຍມີ ຄະນະກົມ ແລະ ພະນັກງານ ​ຈາກບັນດາກະຊວງ​​ທີ່ກ່ຽວຂ້ອງ​ ຂອງ​ ສປປ ລາວ ແລະ ສະຖານທູດຍີ່ປຸ່ນ ເຂົ້າຮ່ວມເປັນສັກຂີພິຍານ.

ອ່ານເພີ່ມເຕີມ... 

ພິທີເປີດສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ແຂວງຊຽງແຕງ, ຣາຊະອານາຈັກ ກຳປູເຈຍ

 

Laocam

 

ໃນວັນທີ 30 ມິຖຸນາ 2016, ໄດ້ມີພິທີເປີດສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ແຂວງຊຽງແຕງ, ຣາຊະອານາຈັກ ກຳປູເຈຍ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ລອງ ວິຊາໂລ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເຊິ່ງມີບັນດາເຈົ້າແຂວງ ຂອງບັນດາແຂວງໃກ້ຄຽງຂອງລາວ ແລະ ກຳປູເຈຍ, ເອກອັກຄະລັດຖະທູດ ລາວ ແລະ ກຳປູເຈຍ, ພ້ອມດ້ວຍແຂກຖືກເຊີນຈຳນວນໜຶ່ງ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ພິທີມອບ - ຮັບ ຜົນສຳເລັດການສ້ອມແປງສູນ ICTC ແລະ ລົດຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ

 

 Japan-aid

 

ໃນຕອນບ່າຍຂອງວັນທີ 29 ມິຖຸນາ 2016, ທີ່ ສູນຝຶກອົບຮົມ ແລະ ຮ່ວມມືສາກົນ (ICTC), ໄດ້ມີການຈັດພິທີ ມອບ-ຮັບ ສູນ ICTC ຄືນ ພາຍຫລັງໄດ້ມີການສ້ອມແປງຄືນໃຫມ່ ແລະ ລົດຊ່ວຍເຫລືອຈາກ ລັດຖະບານຍີ່ປຸ່ນ. ໃນພິທີດັ່ງກ່າວນີ້, ມອບໂດຍ ທ່ານ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຫົວໜ້າກົມພາຍໃນກະຊວງການຕ່າງປະເທດ, ຫົວຫນ້າອົງການໄຈກາ ປະຈຳລາວ ລວມເຖິງບັນດາແຂກຈາກກະຊວງທີ່ກ່ຽວຂ້ອງ, ພະນັກງານສະຖານ ທູດຍີ່ປຸ່ນ ແລະ ພະນັກງານອົງການໄຈກາຈຳນວນໜຶ່ງເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490497
ມື້ນີ້50
ມື້ວານ213
ອາທິດນີ້22
ເດືອນນີ້3890