ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານຫົວຫນ້າກົມອາຊີ-ປາຊີຟິກ ປະຈຳຫ້ອງການພົວພັນຕ່າງປະເທດ ຂອງສະຫະພາບເອິຣົບ

EuSPh1

 

ໃນຕອນເຊົ້າຂອງວັນທີ 06 ພຶດສະພາ 20016, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ຢູໂກ ແອສຕູໂທ (Ugo Astuto), ຫົວຫນ້າກົມອາຊີ-ປາຊີຟິກ ປະຈຳຫ້ອງການພົວພັນຕ່າງປະເທດ ຂອງສະຫະພາບເອິຣົບ, ຫົວຫນ້າຄະນະຜູ້ແທນສະຫະພາບເອິຣົບ ແລະ ຄະນະ, ເນື່ອງໃນໂອກາດທີ່ມາຮ່ວມ ກອງປະຊຸມເຈົ້າຫນ້າທີ່ອາວຸໂສກະກຽມ ໃຫ້ແກ່ເວທີປຶກສາຫາລືດ້ານຄວາມຫມັ້ນຄົງຂອງອາຊຽນ (ARF SOM), ທີ່ ຫລວງພະບາງ, ສປປ ລາວ.

ອ່ານເພີ່ມເຕີມ... 

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN SOM)

 

ASEAN SOM 2016 ASEAN SOM 2016 1

 

 

ໃນວັນທີ 6 ພຶດສະພາ 2016, ສປປ ລາວ ໃນນາມປະທານອາຊຽນ ໄດ້ເປັນເຈົ້າພາບ ແລະ ປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ, ທີ່ ໂຮງແຮມ ຫຼວງພະບາງວິວ, ແຂວງ ຫຼວງພະບາງ ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີ ປະຈຳ ສຳນັກງານ​ນາຍົກລັດຖະມົນຕີ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ ແລະ ຜູ້ຕາງໜ້າຈາກ ກອງເລຂາອາຊຽນ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ກອງປະຊຸມເຜີຍແຜ່ວຽກງານການຕ່າງປະເທດ ຈັດຂຶ້ນຢູ່ແຂວງໄຊສົມບູນ

 

Xaysomboun1 Xaysomboun2

Xaysomboun3

 

ໃນລະຫວ່າງວັນທີ 26 ຫາ 28 ເມສາ 2016, ທີ່​ ເມືອງອານຸວົງ, ແຂວງໄຊສົມບູນ, ຄະນະວິຊາການ ຊຶ່ງປະກອບດ້ວຍບັນດາຄະນະກົມ ແລະ ຄະນະພະແນກ ຂອງກະຊວງ​ການ​ຕ່າງປະ​ເທດ, ນຳໂດຍ ທ່ານ ແສງ​ເພັດ​ ຮຸ່ງ​ບຸນ​ຍວງ, ຮອງເລຂາຄະນະພັກກະຊວງການຕ່າງປະເທດ, ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ, ໄດ້ຈັດ​ກອງ​ປະຊຸມ​ເຜີ​ຍ​ແຜ່​ວຽກ​ງານ​ການ​ຕ່າງປະ​ເທດ ​ໃຫ້​​ພະນັກງານ​ແຂວງໄຊສົມບູນ ຕາມການສະເໜີຂອງແຂວງດັ່ງກ່າວ. ໃຫ້ກຽດກ່າວຄຳເຫັນຕໍ່ພິທີເປີດກອງປະຊຸມໂດຍ​ ທ່ານ ລາວປາວຊົ່ງ ນະວົງໄຊ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະພັກແຂວງ, ຮອງ​ເຈົ້າ​ແຂວງ​ໄຊສົມບູນ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ, ​ຮອງເລຂາຄະນະພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກເມືອງ, ເຈົ້າເມືອງ, ຮອງເຈົ້າເມືອງ, ພະນັກງານ​ຈາກ​ຫ້ອງ​ວ່າການ​ປົກຄອງ​ແຂວງ ​​ແລະ ພະນັກງານຂອງພະ​ແນ​ກການ​ຕ່າງໆອ້ອມຂ້າງແຂວງໄຊສົມບູນ ເຂົ້າ​ຮ່ວມປະມານ 120 ທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488133
ມື້ນີ້80
ມື້ວານ163
ອາທິດນີ້495
ເດືອນນີ້1526