ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ສະຖານທູດຈີນ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ກະຊວງການຕ່າງປະເທດ

 

KhPh China

 

ໃນ​ວັນ​ທີ 24 ມີ​ຖຸນາ 2016, ທີ່​ກະຊວງ​ການ​ຕ່າງປະ​ເທດ, ​ໄດ້​ມີ​ພິທີ​ມອບ-ຮັບ​ເຄື່ອງ​ຊ່ວຍ​ເຫຼືອ ຈາກ​ສະຖານ​ເອກ​ອັກຄະ​ລັດຖະທູດ​ຈີນ ປະຈຳ ສປປ ລາວ ​ໃຫ້​ແກ່​ກະຊວງ​ການ​ຕ່າງປະ​ເທດ ​ໂດຍ​​ແມ່ນ ທ່ານ ກວນ ຮົວປິ່ງ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປ ຈີນ ປະຈຳ ສປປ ລາວ ​ເປັນ​ຜູ້​ກ່າວ​ມອບ ​ແລະ ທ່ານ ນາງ ຄຳ​ເພົາ ​ເອີນ​ທະ​ວັນ,​ ຮອງ​ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ​ເປັນ​ຜູ້ກ່າວ​ຮັບ, ມີ​ບັນດາຫົວໜ້າກົມ, ຮອງ​ກົມ ​ແລະ ພະນັກງານ​ທັງສອງ​ຝ່າຍ ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບກົງສຸນໃຫຍ່ ແຫ່ງ ຣາຊະອານາຈັກ ກຳປູເຈຍ

 

cc seangphet

 

ໃນຕອນເຊົ້າຂອງວັນທີ 20 ​ມິຖຸນາ 2016, ທີ່ກະຊວງການຕ່າງປະເທດ, ທ່ານແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ​ ​ແລະ ຍື່ນສານແຕ່ງຕັ້ງເປັນຫົວໜ້າກົງສຸນໃຫຍ່ແຫ່ງ ຣາຊະອານາຈັກ ກຳປູເຈປະຈຳປາກເຊ, ​ແຂວງຈຳປາສັກ ຂອງທ່ານ ຮອຍ ​ໂຊ​ພຽບ (Hoy Sopheap).

ອ່ານເພີ່ມເຕີມ... 

ພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອ ຂອງທະຫານອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

mia  mia2

mia 1

 

ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2016, ທີ່ສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບກະດູກ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍຊິີວິດ ໃນປາງສົງຄາມຢູ່ລາວ ຈາກຜົນຂອງການປະຕິບັດງານຮ່ວມ ລາວ-ອາເມລິກາ ໃນການຂຸດຄົ້ນເພື່ອຊອກຫາ ຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາໃນປາງສົງຄາມຢູ່ລາວ, ຄັ້ງທີ 3 ແລະ 4 ປະຈໍາສົກປີ 2015-2016, ຢູ່ກໍລະນີ 1552 ບໍລິເວນບ້ານມາກາ, ເມືອງນາກາຍ, ແຂວງຄໍາມ່ວນ, ກໍລະນີ 1529 ບໍລິເວນບ້ານອໍອັນ, ເມືອງແປກ, ກໍລະນີ 1408 ບໍລິເວນບ້ານຄາບ, ເມືອງຄູນ, ແຂວງຊຽງຂວາງ ແລະ ກໍລະນີ 1541 ບໍລິເວນບ້ານນາກູດ, ເມືອງຮ້ຽມ, ແຂວງຫົວພັນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490496
ມື້ນີ້49
ມື້ວານ213
ອາທິດນີ້21
ເດືອນນີ້3889