ໃນວັນທີ22 ມີນາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດໃຫ້ມີການພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ນຳກັນ ລະຫວ່າງ ທ່ານ ນາງ ຄຳເພົາເອີນທະວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຕາງໜ້າຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ທ່ານ ຫວໍຮົງນາມ, ລັດຖະມົນຕີຊ່ວຍວ່າການ, ຫົວໜ້າຄະນະກຳ ມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ ໂດຍມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ຄະນະກຳມະການພົວພັນຄົນ ເຊື້ອຊາດລາວຢູ່ຕ່າງປະເທດຈຳນວນໜຶ່ງ ເຂົ້າຮ່ວມເປັນສັກຂີພີຍານ.
ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນຂອງການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນ ແຕ່ປີ 2011-2015 ແລະ ເຫັນດີໃຫ້ສືບຕໍ່ ຮ່ວມມືກັນຕໍ່ໄປເຊິ່ງສອງຝ່າຍໄດ້ມີການເຊັນບົດບັນທຶກຮ່ວມກັນສະບັບໃໝ່ແຕ່ ປີ 2016-2020. ເນື້ອໃນຕົ້ນຕໍຂອງບົດບັນທຶກດັ່ງກ່າວໄດ້ເນັ້ນເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງເປັນປົກກະຕິນໍາກັນກ່ຽວກັບສະພາບການທີ່ພົ້ນເດັ່ນຂອງໂລກ ເຫດການຕ່າງໆກໍຄືການຕອບສະໜອງຂໍ້ມູນຂ່າວສານໃຫ້ກັນຊາບ ທີ່ພົວພັນເຖິງການພົວພັນຂອງຄົນ ເຊື້ອຊາດຕົນຢູ່ຕ່າງປະເທດ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກັນກ່ຽວກັບການສ້າງແຜນການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນພະນັກງານວິຊາການ, ຝຶກອົບຮົມ, ທັດສະນະສຶກສາ, ແລກປ່ຽນຄະນະຜູ້ແທນ ແລະແລກປ່ຽນບົດຮຽນຕາມແຜນການຮ່ວມມືໃນແຕ່ລະປີ. ທັງນີ້, ກໍເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດຂອງຕົນທີ່ດຳລົງຊີວິດຢູ່ຕ່າງປະເທດ ໃຫ້ອວ່າຍໜ້າມາຫາປະເທດຊາດນັບມື້ນັບຫຼາຍຂຶ້ນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມສະໝັກໃຈຕາມເຫື່ອແຮງ ແລະ ຄວາມອາດສາມາດ ຕົວຈິງຂອງເຂົາເຈົ້າ.
ໃນວັນທີ 20 ມີນາ 2016, ທີ່ສະໂມສອນກະຊວງປ້ອງກັນປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ແລະ ເຊັນປື້ມໄຫວອາໄລເຖິງດວງວິນຍານຂອງ ທ່ານ ທອງດຳ ຈັນທະພອນ, ອະດີດກຳມະການສຳຮອງສູນກາງພັກ ສະໄໝທີ 5, ອະດີດຫົວໜ້າຫ້ອງວ່າການປະທານປະເທດ, ອະດີດເຈົ້າ ແຂວງໆອັດຕະປື ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 18 ມີນາ 2016 ດ້ວຍໂລກຊະລາ.
ເນື່ອງໃນໂອກາດວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 70 ປີ (21/3/1946-21/3/2016), ໃນວັນທີ 19 ມີນາ 2016, ທ່ານ ສະເຫຼີມໄຊ ກົມມະສິດ, ເລຂາຄະນະພັກກະຊວງການຕ່າງປະເທດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ເຂົ້າວາງພວງມາລາ ທີ່ ສຸຸສານນັກຮົບປະຕິວັດ (ຫຼັກ 24) ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ສັດຕູຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍ່ຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະເລືອດເນື້ອເພື່ອແຜ່ຕໍ່ປະເທດຊາດ ແລະ ປະຊາຊົນຢ່າງອົງອາດກ້າຫານ, ເຖິງຄຸນງາມຄວາມດີດັ່ງກ່າວແມ່ນໄດ້ຖືກຈາລຶກໄວ້ໃນປະວັດສາດ ແລະ ຊີວິດຈິດໃຈຂອງປວງຊົນລາວຕະຫຼອດການ.