ໃນວັນທີ 25 ມີນາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ Andrew YANG, ປະທານບໍລິສັດມັງກອນຄຳ ຊຶ່ງມີບໍລິສັດຕັ້ງຢູ່ ພະນົມເປັນ, ປະເທດກຳປູເຈຍ ໄດ້ເຂົ້!ຢ້ຽມຂໍ່ຳນັບຄະນະນຳກະຊວງການຕ່າງປະເທດ ແລະ ມອບຄອມພິວເຕີ້ໂນດບຸກ ຈຳນວນ 50 ເຄື່ອງ ມູນຄ່າ 149,990,000 ກີບ ໃຫ້ແກ່ກະຊວງການຕ່າງປະເທດ ເພື່ອເຂົ້າໃນການປະຕິບັດວຽກງານຂອງກະຊວງການຕ່າງປະເທດ, ຕາງໜ້າຝ່າຍບໍລິສັດມັງກອນຄຳ ມອບໂດຍທ່ານ Andrew YANG, ປະທານບໍລິສັດມັງກອນຄຳ ແລະ ຕາງໜ້າກະຊວງການຕ່າງປະເທດ ຮັບໂດຍທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ.
ໃນຕອນເຊົ້າຂອງວັນທີ 23 ມີນາ 2016, ທ່ານ ແສງເພັດ ຮຸ່ງບຸນຍວງ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ເຊັນປື້ມໄຫວ້ອາໄລ ໃນໂອກາດການເຖິງແກ່ມໍລະນະກຳຂອງທ່ານ GuidoWesterwelle, ອະດີດລັດຖະມົນຕີຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັ ຊຶ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະຖານທູດ ເຢຍລະມັນ ຢູ່ ນະຄອນຫຼວງວຽງຈັນ.
ໃນວັນທີ22 ມີນາ 2016, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດໃຫ້ມີການພົບປະ ແລະ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ນຳກັນ ລະຫວ່າງ ທ່ານ ນາງ ຄຳເພົາເອີນທະວັນ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຕາງໜ້າຄະນະກຳມະການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ທ່ານ ຫວໍຮົງນາມ, ລັດຖະມົນຕີຊ່ວຍວ່າການ, ຫົວໜ້າຄະນະກຳ ມະການແຫ່ງລັດເພື່ອຊາວຫວຽດນາມຢູ່ຕ່າງປະເທດ, ກະຊວງການຕ່າງປະເທດແຫ່ງ ສສ. ຫວຽດນາມ ໂດຍມີບັນດາທ່ານຫົວໜ້າກົມ, ຮອງກົມ ແລະ ຄະນະກຳມະການພົວພັນຄົນ ເຊື້ອຊາດລາວຢູ່ຕ່າງປະເທດຈຳນວນໜຶ່ງ ເຂົ້າຮ່ວມເປັນສັກຂີພີຍານ.
ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນຂອງການຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນກັນ ແຕ່ປີ 2011-2015 ແລະ ເຫັນດີໃຫ້ສືບຕໍ່ ຮ່ວມມືກັນຕໍ່ໄປເຊິ່ງສອງຝ່າຍໄດ້ມີການເຊັນບົດບັນທຶກຮ່ວມກັນສະບັບໃໝ່ແຕ່ ປີ 2016-2020. ເນື້ອໃນຕົ້ນຕໍຂອງບົດບັນທຶກດັ່ງກ່າວໄດ້ເນັ້ນເຖິງການປະສານສົມທົບກັນຢ່າງແໜ້ນແຟ້ນ ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງເປັນປົກກະຕິນໍາກັນກ່ຽວກັບສະພາບການທີ່ພົ້ນເດັ່ນຂອງໂລກ ເຫດການຕ່າງໆກໍຄືການຕອບສະໜອງຂໍ້ມູນຂ່າວສານໃຫ້ກັນຊາບ ທີ່ພົວພັນເຖິງການພົວພັນຂອງຄົນ ເຊື້ອຊາດຕົນຢູ່ຕ່າງປະເທດ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກັນກ່ຽວກັບການສ້າງແຜນການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນພະນັກງານວິຊາການ, ຝຶກອົບຮົມ, ທັດສະນະສຶກສາ, ແລກປ່ຽນຄະນະຜູ້ແທນ ແລະແລກປ່ຽນບົດຮຽນຕາມແຜນການຮ່ວມມືໃນແຕ່ລະປີ. ທັງນີ້, ກໍເພື່ອແນໃສ່ອໍານວຍຄວາມສະດວກໃຫ້ແກ່ຄົນເຊື້ອຊາດຂອງຕົນທີ່ດຳລົງຊີວິດຢູ່ຕ່າງປະເທດ ໃຫ້ອວ່າຍໜ້າມາຫາປະເທດຊາດນັບມື້ນັບຫຼາຍຂຶ້ນປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດດ້ວຍຄວາມສະໝັກໃຈຕາມເຫື່ອແຮງ ແລະ ຄວາມອາດສາມາດ ຕົວຈິງຂອງເຂົາເຈົ້າ.