ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອຸຣີຣັດ ຈະເລີນໂຕ, ຫົວໜ້າກົມຄວາມຮ່ວມມືລະຫວ່າງປະເທດ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກທີ່ ສປປ ລາວ ແລະ ມອບ-ຮັບເຄື່ອງອຸປະກອນຮັບໃຊ້ ໃນການ ຈັດຕັ້ງປະຕິບັດໂຄງການຮ່ວມມື ຂອງສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ກະຊວງກະສິກໍາ ແລະ ປ່າໄມ ແລະ ເຄື່ອງອຸປະກອນຮັບໃຊ້ຫ້ອງການ ໃຫ້ແກ່ ກົມອາຊີ-ປາຊີຟິກ ແລະ ອາຟຣິກາ, ກະຊວງການຕ່າງປະເທດ ກໍ່ຄືເປັນການຈັດຕັ້ງປະຕິບັດໝາກຜົນຂອງກອງປະຊຸມຮ່ວມມືດ້ານວິຊາການ ຄັ້ງທີ 24 ທີ່ ແຂວງຫຼວງພະບາງ, ໃນເດືອນສິງຫາ 2022 ຜ່ານມາ.
ໃນວັນທີ 9 ພຶດສະພາ 2023, ທີ່ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການສະເໜີຂໍເຂົ້າພົບປະ ຂອງທ່ານ ນ. ຊາຣາ ເຊັກເກັນເນັສ໌, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ວັນທີ 8 ພຶຶດສະພາ 2023 ທີ່ ເກາະ ລາບວນ ບາໂຈ, ອິນໂດເນເຊຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍການເປັນປະທານຂອງ ອິນໂດເນເຊຍ ພາຍໃຕ້ຄໍາຂວັນ “ ອາຊຽນມີຄວາມສໍາຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແລະ ຮອງເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.