ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງສະຖານທູດ ແລະ ບັນດາ ກົມ

ພິທີຕ້ອນຮັບ ແລະ ປິດຊຸດຝຶກອົບຮົມແຮງງານລາວຊຸດທຳອິດ ຢູ່ ສ.ເກົາຫລີ

work korea2 work korea1

work korea3 work korea4

 

ພາຍຫລັງທີ່ລັຖະບານລາວ ແລະ . ເກົາຫລີໄດ້ມີການຮ່ວມມື ແລະ ເຊັນບົດບັນທຶກຊ່ວຍຈຳ (MOU) ວ່າດ້ວຍການສົ່ງ-ຮັບແຮງງານ ໂດຍຜ່ານລະບົບການຈ້າງງານໃນທ້າຍປີ 2016. ໃນຕອນເຊົ້າວັນທີ 06 ກຸມພາ 2018, ​ທີ່ສະຫນາມບິນສາກົນອິນຊອນ, .ເກົາຫລີ, ໄດ້ມີພິທີຕ້ອນຮັບແຮງງານຈາກ ລາວ ຊຸດທຳອິດ ຈຳນວນ 26 ຄົນ ຜູ້ທີ່ໄດ້ຜ່ານການສອບເສັງໂດຍຜ່ານລະບົບການຈ້າງແຮງງານຂອງ .ເກົາຫລີ (Employment Permit System ຫລື EPS) ທີ່ນະຄອນຫລວງວຽງຈັນ ໃນປີ 2017 ຜ່ານມາ. ໂດຍການເຂົ້າຮ່ວມໃນພິທີ​​ຂອງ ທ່ານ ຄຳສວຍ ແກ້ວດາລາວົງ, ເອກອັກຄະລັດຖະທູດລາວ ປະຈຳ .ເ ກົາຫລີ, ທ່ານ ກິມ ດັອງ ມັນ (Kim Dong Man), ປະທານສຳນັກງານພັດທະນາຊັບພະຍາກອນມະນຸດ (Human Resources Development Service of Korea ຫລື HRD Korea), ທ່ານ ກິມ ດົງ ໂຮ (Kim Dong Ho), ຫົວຫນ້າກົມແຮງງານຕ່າງປະເທດ, ກະຊວງການຈ້າງງານ ແລະ ແຮງງານ, ​ມີທ່ານເລຂາທິການໃຫຍ່ມູນນິທິແຮງງານເກົາຫລີ (Korea Labor Foundation), ທ່ານຜູ້ຕາງຫນ້າສູນ EPS ປະຈຳລາວ, ພະນັກງານສະຖານທູດ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງຈຳນວນຫນື່ງ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ສະຖານເອກອັກຄະລັດຖະທູດລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ຈັດພິທີການແຂ່ງຂັນກິລາມິດຕະພາບ

lao to cambodia

      ໃນຕອນບ່າຍຂອງວັນທີ 27 ມັງກອນ 2018, ຢູ່ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກ ກໍາປູເຈຍ ໄດ້ຈັດພິທີການແຂ່ງຂັນກິລາມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 2 ວັນປະຫວັດສາດຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 40 ປີ ລະຫວ່າງ ສະຖານທູດ ແຫ່ງ ສປປ ລາວ ແລະ ສະຖານທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ຣາຊະອານາຈັກກໍາປູເຈຍ, ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ຝ່າຍ ລາວນໍາໂດຍ ທ່ານ ປຣະສິດ ໄຊຍະສິດ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາຣາຊະອານາຈັກກໍາປູເຈຍ, ຝ່າຍຫວຽດນາມ ນໍາໂດຍ ທ່ານ VU QUANG MINH, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ປະຈໍາ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍພະນັກງານນັກການທູດ, ພະນັກງານຂະແໜງການຕ່າງໆ ແລະ ນັກສຶກສາ ເຂົ້າຮ່ວມຈໍານວນ 100 ກວ່າ ທ່ານ. ລາຍການແຂ່ງຂັນກິລາມິດຕະພາບໃນຄັ້ງນີ້ ປະກອບມີ: ກິລາຕີດອກປີກໄກ່, ໂຍນບຸ້ນ ແລະ ຕີປິງປອງ. ໃນນັ້ນ, ໄດ້ຈັດເປັນ 02 ປະເພດຄື: ກິລາເພດຊາຍ ແລະ ກິລາເພດຍິງ.

ອ່ານເພີ່ມເຕີມ... 

ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XV

border lc15

    ກອງປະຊຸມຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ຄັ້ງທີ XV ໄດ້ຈັດຂຶ້ນໃນລະຫວ່າງວັນທີ 23-24 ມັງກອນ 2018 ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ. ຄະນະຜູ້ແທນຝ່າຍລາວ ນໍາໂດຍ ທ່ານ ແພງສະຫວັນ ແກ້ວປະເສີດ,​ ຫົວໜ້າຫ້ອງການຄະນະກໍາມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ, ​ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ລາວ-ຈີນ ແລະ ຝ່າຍຈີນ ນຳໂດຍ ທ່ານ ນາງ ຫວາງເຫວີນລີ້, ຮອງຫົວໜ້າກົມກິດຈະການຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດ ແຫ່ງ ສປ.ຈີນ, ຫົວໜ້າຄະນະກໍາມະການຊາຍແດນຮ່ວມ ຈີນ-ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ແຂວງທີ່ມີຊາຍແດນຕິດຈອດກັບ ສປ ຈີນ.

ອ່ານເພີ່ມເຕີມ... 

ຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484635
ມື້ນີ້151
ມື້ວານ188
ອາທິດນີ້1073
ເດືອນນີ້3940