ໃນວັນທີ 28 ພຶດສະພາ 2018, ທີ່ທຳນຽບປະທານາທິບໍດີຟີລິບປິນ, ທ່ານ ໂພໄຊ ໄຂຄໍາພິທູນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ຟີລິບປິນ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ພະນະທ່ານ Rodigo Roa Duterte, ປະທານາທິບໍດິ ແຫ່ງ ສາທາລະນະລັດ ຟີລິບປິນ, ຢ່າງເປັນທາງການ.
ໃນວັນທີ 13-17 ພຶດສະພາ 2018, ຄະນະຜູ້ແທນລາວນຳໂດຍທ່ານ ພູໂຂງ ສີສຸລາດ, ຜູ້ຕາງໜ້າ ສປປ ລາວ ປະຈຳ ຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງທີ 27 ຂອງຄະນະກຳມາທິການລະຫວ່າງ ລັດຖະ ບານອາຊຽນວ່າດ້ວຍສິດທິມະນຸດ (AICHR) ຊຶ່ງຈັດຂື້ນທີ່ກອງເລຂາອາຊຽນ, ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ ພາຍໃຕ້ການເປັນປະທານຂອງສິງກະໂປ ໃນນາມປະທານອາຊຽນ ສຳລັບປີ 2018, ມີຜູ້ຕາງໜ້າຄະນະກຳມາທິການ ລະຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດ ຈາກ ບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ.
ໃນວັນທີ 7 ພຶດສະພາ 2018, ທ່ານ ສີສອນໄຊ ເຫງົ້າວົງສີ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ ສົມເດັດ ເຊັກ ຊາບາ ອານ-ອາມັດ ອານ-ຈາເບີ ອານ-ຊາບາ (H.H Sheikh Sabah Al-Ahmad Al-Jaber Al-Sabah) ອາເມຍ ແຫ່ງ ລັດກູເວດ, ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ກູເວດ ຢ່າງເປັນທາງການ.