ໃນວັນທີ 16 ກໍລະກົດ 2017, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ບຣູໄນ ດາຣູຊາລາມ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ສສ.ຫວຽດນາມ ຈັດງານພົບປະສັງສັນປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ, ຢູ່ສຳນັກງານສະຖານທູດລາວ ໂດຍມີບັນດາພະນັກງານການທູດຈາກສອງສະຖານທູດເຂົ້າຮ່ວມ. ການພົບປະສັງສັນດັ່ງກ່າວ, ປະກອບມີກິດຈະກຳຫລີ້ນກິລາດອກປີກໄກ່, ຕີບູນ, ຕີປິ່ງປ່ອງ.
ໃນວັນທີ 03 ກໍລະກົດ 2017, ທີ່ ສະຖານເອກອັກຄະລັດຖະທູດລາວ ປະຈຳ ສ.ເກົາຫລີ, ໄດ້ມີການຈັດຕັ້ງພິທີ ມອບ-ຮັບ ເຄື່ອງຊ່ວຍເຫລືອເປັນເກີບກິລາ ຈຳນວນ 1.000 ຄູ່, ມູນຄ່າປະມານ 30.000 ໂດລາສະຫະລັດ,ຈາກ 4 ອົງການຈັດຕັ້ງເອກະຊົນຄື: ໂຮງຫມໍ ແບັກ ຂອງມະຫາວິທະຍາໄລ ອິນເຈ ແຫ່ງ ນະຄອນຫລວງ ເຊອູນ (Inje University Seoul Paik Hospital), Bluecross Medical Volunteers, Community Chest of Korea ແລະ Unique Union ຂອງ ສ.ເກົາຫລີ ໃຫ້ແກ່ ສປປ ລາວ, ໂດຍການເຂົ້າຮ່ວມໃນພິທີມີ ທ່ານເອກອັກຄະລັດຖະທູດ ຄຳສວຍ ແກ້ວດາລາວົງ ແລະ ບັນດາປະທານຈາກ 4 ອົງການດັ່ງກ່າວ, ພ້ອມນີ້ຍັງມີ ທ່ານ ໂອ ມຽງຮວັນ, ປະທານສະມາຄົມມິດຕະພາບ ເກົາຫລີ-ລາວ, ບັນດາພະນັກງານສະຖານທູດ ແລະ ພະນັກງານຂອງບັນດາອົງການ, ປະທານສະມາຄົມນັກສຶກສາລາວ ແລະ ນັກສຶກສາລາວ ທີ່ ສ.ເກົາຫລີ ຈຳນວນຫນຶ່ງເຂົ້າຮ່ວມ.
ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດ ຍີ່ປຸ່ນ ໄດ້ຈັດພິທີມອບສານແຕ່ງຕັ້ງຢ່າງສົມກຽດໃຫ້ແກ່ ທ່ານ ສ.ຈ. ອາກິຣະ ອາຣາສະກິ (Prof. Akira ARASAKI), ເປັນກົງສຸນກິດຕິມະສັກ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳ ແຂວງ ໂອກິນາວາ, ປະເທດ ຍີ່ປຸ່ນ, ໃນວັນທີ 03 ກໍລະກົດ 2017 ທີ່ສໍານັກງານສະຖານທູດ, ຊຶ່ງຕາງໜ້າໃຫ້ລັດຖະບານລາວ ມອບໂດຍ ທ່ານ ວິໂຣດ ສູນດາຣາ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳປະເທດ ຍີ່ປຸ່ນ ແລະ ມີພະນັກງານສະຖານທູດ ເຂົ້າຮ່ວມຢ່າງພ້ອມພຽງ.