ສະຫາຍ ບຸ່ຍ ແທັງ ເຊີນ
ລັດຖະມົນຕີກະຊວງການຕ່າງປະເທດ
ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ
ທີ່ ນະຄອນຫຼວງຮ່າໂນ້ຍ
ສະຫາຍ ທີ່ນັບຖື,
ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ມາຍັງ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນກອງປະຊຸມ ຄັ້ງທີ XI, ຊຸດທີ XIV ຂອງກອງປະຊຸມສະພາແຫ່ງຊາດຫວຽດນາມ.
ຂ້າພະເຈົ້າ ເຊື່ອຫມັ້ນວ່າ ດ້ວຍຄວາມສາມາດ ແລະ ປະສົບການອັນອຸດົມສົມບູນຂອງ ສະຫາຍ, ສະຫາຍ ຈະສືບຕໍ່ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນພາລະກິດປ່ຽນແປງໃຫມ່ ແລະ ເປີດກວ້າງການຮ່ວມມືກັບສາກົນ, ຍົກຖານະບົດບາດຂອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃຫ້ນັບມືສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພະນະທ່ານ,
ໃນໂອກາດທີ່ທ່ານ ໄດ້ຖືກັບເລືອກຕັ້ງດຳລົງຕຳແໜ່ງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຣາຊະອານາຈັກ ແຫ່ງ ລຸກຊຳບວກ ແລະ ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ທ່ານຈົ່ງປະສົບຜົນສຳເລັດໃນການປະຕິບັດຫນ້າທີ່ອັນຍິ່ງໃຫຍ່ຂອງທ່ານ.
ພ້ອມດຽວກັນນີ້, ພວກເຮົາຂໍຖືໂອກາດນີ້ ສະແດງໄມຕີຈິດ ແລະ ມິດຕະພາບ ຂອງປະຊາຊົນລຸກຊຳບວກ ຕໍ່ກັບປະຊາຊົນລາວທັງຊາດ.
ນະຄອນຫຼວງວຽງຈັນ, ວັນທີ 07 ເມສາ 2021
ພະນະທ່ານ,
ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຂອງ ພະນະທ່ານ ຈອນ ມາກູຟູລິ, ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ຕັງຊານີ ໃນວັນທີ 17 ມີນາ 2021 ທີ່ຜ່ານມາ.