ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ເອກອັກຄະລັດຖະທູດ ແຫ່ງ ສ.ຟີລິບປິນ ຄົນໃໝ່ ປະຈຳ ສປປ ລາວ.

 

         ໃນວັນທີ 10 ມີນາ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ດີນາ ຈອຍ ດີ. ອາມາຕົງ (Ms. Deena Joy D. Amatong), ໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ຟີລິບປິນ ຄົນໃໝ່ ປະຈໍາ ສປປ ລາວ.

ອ່ານເພີ່ມເຕີມ... 

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ທິດທາງແຜນການໃນປີ 2022 ຂອງຊາວໜຸ່ມກະຊວງການຕ່າງປະເທດ

    

ການມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ໃຫ້ແກ່ບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງການຕ່າງປະເທດ

          

ການມອບໃບຍ້ອງຍໍໃຫ້ແກ່ບັນດາຊາວໜຸ່ມຕົວແບບດີເດັ່ນ ຂອງບັນດາໜ່ວຍຊາວໜຸ່ມອ້ອມຂ້າງກະຊວງ

             

ໃນຕອນເຊົ້າຂອງວັນທີ 28 ກຸມພາ 2022, ທີ່ ກະຊວງການຕ່າງປະເທດ, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫຼຸບວຽກງານຊາວໜຸ່ມ ປະຈຳປີ 2021 ຂອງຕົນຂຶ້ນ. ພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາສະຫາຍຄະນະພັກກະຊວງ, ເລຂາໜ່ວຍພັກ ແລະ ຕາງໜ້າໜ່ວຍພັກ ຈາກຫ້ອງການ ແລະ ບັນດາກົມຕ່າງໆ ຂອງກະຊວງການຕ່າງປະເທດ, ແຂກຖືກເຊີນ ຈາກສູນກາງຊາວໜຸ່ມ ແລະ ກະຊວງອ້ອມຂ້າງຈຳນວນໜຶ່ງ, ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. 

             

ອ່ານເພີ່ມເຕີມ... 

ພິທີເປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານໃໝ່, ຊຸດທີ 24 ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

      ໃນ​ວັນ​ທີ 07 ມີນາ 2022, ທີ່ ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ໄດ້​ຈັດ​ພິທີເ​ປິດຊຸດຝຶກອົບຮົມພະນັກງານໃໝ່ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດທີ 24 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ , ໂດຍມີບັນດາຫົວໜ້າກົມ, ຄະນະກົມ , ຄະນະຮັບຜິດຊອບ, ນັກວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 50 ກວ່າ ທ່ານ. ຊຸດຝຶກອົບຮົມພະນັກງານ​ໃໝ່, ຊຸດທີ 24 ນີ້ ມີຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 28 ທ່ານ, ຍິງ 15 ທ່ານ ໂດຍຈະດໍາເນີນໄປເປັນເວລາ 1 ເດືອນ ນັບແຕ່ວັນທີ 07 ມີນາ - 08 ເມສາ 2022.

 

     ໃນພິທີ, ທ່ານ ໄມໄຊຍະວົງສ໌, ຫົວໜ້າສະ​ຖາ​ບັນ​ການ​ຕ່າງປະ​ເທດ ໄດ້​ລາຍງານເນື້ອໃນຫຼັກສູດ, ກົດລະບຽບ ແລະ ຂໍ້ແຂ່ງຂັນ ຂອງຊຸດຝຶກອົບຮົມ. ສຳລັບເນື້ອໃນໂຄງການຫຼັກສູດຂອງຊຸດຝຶກອົບຮົມນີ້ ​ແມ່ນຈະໄດ້ຮຽນຮູ້​​ກ່ຽວກັບພາລະບົດບາດຂອງກະຊວງການຕ່າງປະເທດ ແລະ ການເຄື່ອນໄຫວວຽກງານ​ການ​ຕ່າງປະ​ເທດ ເປັນຕົ້ນ: ການ​ພົວພັນ​ການທູດສອງ​ຝ່າຍ ແລະ ຫຼາຍຝ່າຍ​, ວຽກງານຊາຍ​ແດນແຫ່ງຊາດ, ວຽກງານ​ກົງ​ສຸນ, ວຽກງານພິທີ​ການ, ວຽກງານການຂີດຂຽນເອກະສານທາງການທູດ ​ແລະ ວິຊາອື່ນໆ. ໃນແຕ່ຕ່ລະວິຊາຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຈາກຫຼາຍພາກສ່ວນມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ບັນດາທ່ານທູດອາວຸໂສບຳນານ, ກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກົມ​ຕ່າງໆ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ.

 

   ໃນໂອກາດເຂົ້າຮ່ວມພິທີເປີດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ໃຫ້ກຽດຂື້ນປາຖະກະຖາ ໃນຫົວຂໍ້ “ ບົດຮຽນການເຄື່ອນໄຫວການທູດ: ການຈັດຕັ້ງປະຕິບັດການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ”  ເຊິ່ງທ່ານໄດ້ເນັ້ນໃຫ້ເຫັນຄຸນລັກສະນະຂອງນັກການທູດທີ່ດີຄວນປະກອບດ້ວຍ 6 ມາດຖານ ຕາມແບບຜູ້ນຳຮຸ້ນກ່ອນສ້າງໄວ້ ໂດຍສະເພາະຂອປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ. ພ້ອມກັນນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນໃນການເຄື່ອນໄຫວການທູດຂອງ ສປປ ລາວ ໃນແຕ່ລະໄລຍະ ໂດຍສະເພາະການເຄື່ອນໄຫວການທູດປ້ອງກັນເຫດ ເພື່ອບຸກທະລຸໃນການປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດ ທີ່ມີຄວາມສຳຄັນຍິ່ງ ເພື່ອນໍາພາປະເທດກ້າວສູ່ຄວາມສີວິໄລຖາວອນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486161
ມື້ນີ້77
ມື້ວານ215
ອາທິດນີ້1197
ເດືອນນີ້5466