ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງການນຳ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

 

PMvisitViet1PMvisitViet2

PMvisitViet4PMvisitViet5PMvisitViet6PMvisitViet7

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ຟ້າມ ມິງ ຈິງນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ພັນຄຳ ວິພາວັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 08-10 ມັງກອນ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ອ່ານເພີ່ມເຕີມ... 

ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ພົບປະທາງໄກກັບ ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ສປຊ ຮັບຜິດຊອບບັນຫາມຽນມາ

UNSG 1

UNSG 3

UNSG 2

 

ໃນວັນທີ 6 ມັງກອນ 2022, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະທາງໄກ (Virtual Meeting) ກັບ ທ່ານ ນ. Noeleen Heyzer, ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຮັບຜິດຊອບບັນຫາມຽນມາ ຄົນໃໝ່ (Special Envoy of the Secretary-General on Myanmar) ພາຍຫຼັງຖືກແຕ່ງຕັ້ງໂດຍທ່ານເລຂາທິການໃຫຍ່ ສປຊ ເພື່ອປ່ຽນແທນຜູ້ເກົ່າທີ່ໝົດວາລະລົງ.    

          ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີກະຊວງການຕ່າງປະເທດໄດ້ສະແດງຄວາມຍິນດີຕໍ່ ທ່ານ ນ. Noeleen Heyzer, ທີ່ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງທີ່ມີກຽດ ແລະ ໄດ້ຮັບມອບໝາຍໜ້າທີ່ອັນສຳຄັນໃນຄັ້ງນີ້ ພ້ອມທັງ ໄດ້ໃຫ້ຄຳໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ຮ່ວມມືກັບອົງການ ສປຊ ໃນດ້ານຕ່າງໆ ໂດຍສະເພາະຈະຮ່ວມມືຢ່າງໃກ້ຊິດ ແລະ ສະໜັບສະໜູນການປະຕິບັດໜ້າທີ່ຂອງຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ສປຊ. ພ້ອມດຽວກັນນີ້, ທ່ານ ນ. Noeleen Heyzer ກໍ່ໄດ້ແນະນຳຕົນເອງ ແລະ ສະເໜີແນວທາງໃນການປະຕິບັດໜ້າທີ່ຂອງຕົນ ໂດຍໃຫ້ຄວາມສຳຄັນ ແລະ ໃຫ້ຄຳໝາຍໝັ້ນໃນການຮ່ວມມືກັບອາຊຽນ ແລະ ປະເທດຕ່າງໆໃນພາກພື້ນ, ອົງການຈັດຕ້ັງສາກົນ ແລະ ທຸກຝ່າຍທີ່ກ່ຽວຂ້ອງ ເພື່ອພ້ອມກັນຊອກວິທີແກ້ໄຂບັນຫາມຽນມາ.

ການພົບປະຄັ້ງນີ້ ເປັນການປະກອບສ່ວນອັນສຳຄັນໃນການສົ່ງເສີມຄວາມເຂົ້າໃຈຕໍ່ສະພາບຂອງພາກພື້ນ ກໍຄື ການຮ່ວມມື ລະຫວ່າງປະເທດສະມາຊິກອາຊຽນ ແລະ ອົງການ ສປຊ ໃນດ້ານຕ່າງໆ ລວມທັງ ການພັດທະນາແບບຍືນຍົງ.

ໃນໄລຍະປີ 2007-2014, ທ່ານ ນ. Noeleen Heyzer ໄດ້ຖືກແຕ່ງຕັ້ງເປັນຮອງເລຂາທິການໃຫຍ່ ສປຊ, ເລຂາຄະນະບໍລິຫານງານຄະນະກຳມາທິການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນອາຊີ-ປາຊີຟິກ (The United Nations Economic and Social Commission for Asia and the Pacific/ UNESCAPແລະ ໄດ້ມາຢ້ຽມຢາມ  ສປປ ລາວ ຢ່າງເປັນທາງການ ໃນປີ 2013 ໃນຖານະແຂກຂອງລັດຖະບານ. ການຢ້ຽມຢາມຄັ້ງນັ້ນ ໄດ້ສົ່ງເສີມການຮ່ວມມື ລະຫວ່າງ ສປປ ລາວ ແລະ UNESCAP ໃນດ້ານຕ່າງໆ.

ສປປ ລາວ - ສສ ຫວຽດນາມ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

 

FMvisitedVT1FMvisitedVT2

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຄັ້ງທີ 8

 

FMvisitedVT3

 ກອງປະຊຸມສາມັນປະຈຳປີ ຄັ້ງທີ XXXI ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ

 

FMvisitedVT4

 ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດການເຮັດທົດລອງຮູບແບບກວດກາ ປະຕູດຽວ, ຄັ້ງດຽວ ຢູ່ຄູ່ດ່ານສາກົນແດນສະຫວັນ (ສະຫວັນນະເຂດ) - ລາວບາວ (ກວາງຈິ)

 

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸ່ຍ ແທັງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນໍາພາຄະນະຜູ້ແທນ ​​ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 27-29 ທັນວາ 2021. ຈຸດປະສົງຂອງການຢ້ຽມຢາມ ສສ ຫວຽດນາມ ໃນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ກໍ່ຄື ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ອ່ານເພີ່ມເຕີມ... 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486447
ມື້ນີ້1
ມື້ວານ142
ອາທິດນີ້109
ເດືອນນີ້5752