ໃນວັນທີ 07 ມີນາ 2022, ທີ່ ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີເປິດຊຸດຝຶກອົບຮົມພະນັກງານໃໝ່ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດທີ 24 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ , ໂດຍມີບັນດາຫົວໜ້າກົມ, ຄະນະກົມ , ຄະນະຮັບຜິດຊອບ, ນັກວິທະຍາກອນ ແລະ ນັກສຳມະນາກອນ ເຂົ້າຮ່ວມທັງໝົດ 50 ກວ່າ ທ່ານ. ຊຸດຝຶກອົບຮົມພະນັກງານໃໝ່, ຊຸດທີ 24 ນີ້ ມີຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 28 ທ່ານ, ຍິງ 15 ທ່ານ ໂດຍຈະດໍາເນີນໄປເປັນເວລາ 1 ເດືອນ ນັບແຕ່ວັນທີ 07 ມີນາ - 08 ເມສາ 2022.
ໃນພິທີ, ທ່ານ ໄມໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ລາຍງານເນື້ອໃນຫຼັກສູດ, ກົດລະບຽບ ແລະ ຂໍ້ແຂ່ງຂັນ ຂອງຊຸດຝຶກອົບຮົມ. ສຳລັບເນື້ອໃນໂຄງການຫຼັກສູດຂອງຊຸດຝຶກອົບຮົມນີ້ ແມ່ນຈະໄດ້ຮຽນຮູ້ກ່ຽວກັບພາລະບົດບາດຂອງກະຊວງການຕ່າງປະເທດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ເປັນຕົ້ນ: ການພົວພັນການທູດສອງຝ່າຍ ແລະ ຫຼາຍຝ່າຍ, ວຽກງານຊາຍແດນແຫ່ງຊາດ, ວຽກງານກົງສຸນ, ວຽກງານພິທີການ, ວຽກງານການຂີດຂຽນເອກະສານທາງການທູດ ແລະ ວິຊາອື່ນໆ. ໃນແຕ່ຕ່ລະວິຊາຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຈາກຫຼາຍພາກສ່ວນມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ມະຫາວິທະຍາໄລແຫ່ງຊາດ, ບັນດາທ່ານທູດອາວຸໂສບຳນານ, ກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກົມຕ່າງໆ ພາຍໃນກະຊວງການຕ່າງປະເທດ.
ໃນໂອກາດເຂົ້າຮ່ວມພິທີເປີດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ໃຫ້ກຽດຂື້ນປາຖະກະຖາ ໃນຫົວຂໍ້ “ ບົດຮຽນການເຄື່ອນໄຫວການທູດ: ການຈັດຕັ້ງປະຕິບັດການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ” ເຊິ່ງທ່ານໄດ້ເນັ້ນໃຫ້ເຫັນຄຸນລັກສະນະຂອງນັກການທູດທີ່ດີຄວນປະກອບດ້ວຍ 6 ມາດຖານ ຕາມແບບຜູ້ນຳຮຸ້ນກ່ອນສ້າງໄວ້ ໂດຍສະເພາະຂອປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ. ພ້ອມກັນນັ້ນ, ທ່ານກໍໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນໃນການເຄື່ອນໄຫວການທູດຂອງ ສປປ ລາວ ໃນແຕ່ລະໄລຍະ ໂດຍສະເພາະການເຄື່ອນໄຫວການທູດປ້ອງກັນເຫດ ເພື່ອບຸກທະລຸໃນການປົກປັກຮັກສາ ແລະ ສາ້ງສາພັດທະນາປະເທດ ທີ່ມີຄວາມສຳຄັນຍິ່ງ ເພື່ອນໍາພາປະເທດກ້າວສູ່ຄວາມສີວິໄລຖາວອນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ແຫ່ງ ອົດສະຕຣາລີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 24-25 ກຸມພາ 2022, ຊຶ່ງຈຸດປະສົງຂອງການຢ້ຽມຢາມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທັງເປັນການສະເຫຼີມສະຫຼອງ ວັນແຫ່ງການສ້າງຕັ້ງ ສາຍພົວພັນການທູດ ອັນຍາວນານ ແລະ ຕໍ່ເນື່ອງ ລະຫວ່າງ ສອງປະເທດ ຄົບຮອບ 70 ປີ.
ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ສົມເດັດ ເຈົ້າຊາຍ ຟາຍຊໍ ບິນ ຟາຮັນ ອານ ຊາອຸດ (His Highness Prince Faisal Bin Farhan Al Saud), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ຊາອຸດິ ອາຣັບບີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ ໃນວັນທີ 18 ມີນາ 2022 ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ.