ໃນຕອນເຊົ້າຂອງ ວັນທີ 25 ມີນາ 2018, ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຊຸດທີ VIII ແລະ ປາຖະກະຖາ ປະຫວັດມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (22/03/1955– 22/03/2019), ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 18 ມີນາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານFrancisco de Assis Morais e Cunha Vaz Patto, ເອກອັກຄະລັດຖະທູດແຫ່ງສາທາລະນະລັດປອກຕຸຍການ ປະຈຳສປປລາວ, ຊຶ່ງມີສຳນັກງານຕັ້ງຢູ່ບາງກອກ.
ໃນວັນທີ 18 ມີນາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟີລິບ ອໍສ໌ຕອນ (Mr. Philip Alston), ຜູ້ລາຍງານພິເສດ ສປຊ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ (UN Special Rapporteur on Extreme Poverty and Human Rights) ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 18-28 ມີນາ 2019 ຕາມການເຊື້ອເຊີນຂອງລັດຖະບານລາວ.