ໃນຕອນບ່າຍວັນທີ 17 ກໍລະກົດ 2018, ໃນໄລຍະເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ຂອງ ອົງການ ສປຊ ວ່າດ້ວຍການພັດທະນາແບບຍືນຍົງ ຢູ່ສໍານັກງານໃຫຍ່ອົງການ ສປຊ ທີ່ນະຄອນນິວຢອກ, ທ່ານສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຈັດກອງປະຊຸມພິເສດລະດັບສູງ (side event) ເພື່ອເຜີຍ ແຜ່ສະພາບ ແລະ ຄວາມຄືບຫນ້າ ຂອງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ່ 18 ພາຍໃຕ້ ຫົວຂໍ້ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ” ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ ໂດຍການເປັນ ປະທານຮ່ວມຂອງ ທ່ານ ຮາວລຽງ ຊູ, ຜູ້ຊ່ວຍເລຂາທິການໃຫຍ່ ອົງການ ສະຫະປະຊາຊາດ ທັງເປັນຜູ້ອໍານວຍການ ຫ້ອງການ ຮັບພິດຊອບ ພາກພື້ນອາຊີ-ປາຊິຟິກ, ຕາງໜ້າໃຫ້ຜູ້ອຳນວຍການໃຫຍ່ ອົງການສະຫະປະຊາຊາດເພື່ອການພັດທະນາ.
ໃນໂອກາດດັ່ງກ່າວ ທ່ານ ລັດຖະມົນຕີກະຊວງຕ່າງປະເທດ ໄດ້ກ່າວເປີດກອງປະຊຸມໂດຍຍົກໃຫ້ເຫັນເຖິງຜົນກະທົບ ຂອງລະເບີດບໍ່ທັນແຕກ (ລບຕ) ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຍັງສືບຕໍ່ເປັນໜຶ່ງໃນບັນດາອຸປະສັກຕົ້ນຕໍກີດ ຂວາງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ. ນອກຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ຄວາມພະຍາຍາມຂອງລັດຖະບານ ສປປ ລາວ ໃນການເລັ່ງແກ້ໄຂບັນຫາດັ່ງກ່າວ ໂດຍໄດ້ຮັບການສະຫນັບສະຫນູນ ແລະ ຊ່ວຍເຫຼືອຈາກອົງການເຄືອຄ່າຍ ສປຊ, ບັນດາປະເທດຜູ້ໃຫ້ທຶນ ແລະ ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ. ລັດຖະບານ ສປປ ລາວ ໄດ້ກໍານົດໃຫ້ວຽກງານດັ່ງກາວເປັນບູລິມະສິດສູງສຸດໃນການຈັດຕັ້ງປະຕິບັດ ເປົ້າຫມາຍການພັດທະນາ ແບບຍືນຍົງ ໂດຍສະເພາະຮັບປະກັນໃຫ້ການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກໍາເກັບກູ້ລະເບີດທີ່ບໍ່ທັນແຕກ ມີປະສິດທິພາບ ແລະ ປະສິດທິຜົນ ພ້ອມທັງ ນໍາໃຊ້ທຶນຊ່ວຍເຫລືອຈາກຕ່າງປະເທດຢ່າງມີປະສິດທິຜົນສູງສຸດ, ຮັບປະກັນ ຄວາມໂປ່ງໃສແນໃສ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປົ້າຫມາຍ ປພຍ ແຫ່ງຊາດທີ18 ດັ່ງກ່າວ ໄດ້ຮັບຜົນສໍາເລັດຕາມຄາດ ຫມາຍ.
ໃນກອງປະຊຸມພິເສດລະດັບສູງໃນຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະ ປະກອບຄຳເຫັນໂດຍຕົວແທນຂັ້ນສູງຂອງບັນດາ ປະເທດທີ່ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາ ເປັນຕົ້ນແມ່ນຈາກ ນອກແວ, ການາດາ, ຍີ່ປຸ່ນ, ສ. ອາເມລິກາ, ລາຊາອານາຈັກໄທ, ສະວິສ, ລຸກຊໍາບວກ, ສ. ເກົາຫຼີ, ອຽກລັງ, ອົດສະຕຣາລີ, ຈີນ ແລະ ນິກກາລາກົວ ໃນນາມປະທານປະຈຸບັນ ຂອງສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ອົງການຈັດຕັ້ງບໍ່ສັງກັດລັດຖະບານ (Legacies of War) ແລະ ຮັບຟັງການ ລາຍງານຄວາມຄືບຫນ້າຂອງວຽກງານເກັບກູ້ລະເບີດບໍ່ທັນແຕກ ໂດຍຫົວຫນ້າໂຄງການເກັບກູ້ລະເບີດແຫ່ງຊາດລາວ. ນອກ ຈາກນັ້ນ, ຕະຫລອດໄລຍະກອງປະຊຸມເວທີການເມືອງລະດັບສູງ ວ່າດ້ວຍເປົ້າຫມາຍການພັດທະນາແບບຍືນຍົງ ຂອງ ສປຊ ໃນປີນີ້, ສປປ ລາວ ຍັງໄດ້ຈັດວາງສະແດງຮູບພາບ ແລະ ສິ່ງພິມ ກ່ຽວກັບບັນຫາລະເບີດບໍ່ທັນແຕກ ເຊິ່ງເລີ່ມແຕ່ວັນທີ 09-18 ກໍລະກົດ 2018 ເຊິ່ງເນື້ອໃນຂອງການວາງສະແດງ ແມ່ນສຸມໃສ່ຍົກໃຫ້ເຫັນເຖິງຜົນກະທົບຂອງລະເບີດທີ່ບໍ່ທັນແຕກ ຕໍ່ການດຳລົງຊີວິດຂອງປະຊາຊົນລາວ ແລະ ຕໍ່ການພັດທະນາ ຢູ່ ສປປ ລາວ, ໂດຍຜ່ານການສາຍວີດີໂອ, ຮູບພາບ, ແຜ່ນພັບ, ແລະ ຮູບພາບສາມມິຕິ ເພື່ອຈຳລອງສະຖານະການໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຕົວຈິງ.
ການຈັດຕັ້ງກອງປະຊຸມພິເສດ ແລະ ການວາງສະແດງກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ໃນຄັ້ງນີ້ໄດ້ຮັບຜົນສະເລັດຢ່າງຈົບງາມ ແລະ ໄດ້ຮັບຄວາມສົນໃຈຈາກຜູ້ແທນເຂົ້າຮ່ວມກອງປະຊຸມເປັນຢ່າງດີ ເຊິ່ງບັນດາ ປະເທດຜູ້ໃຫ້ທຶນ ແລະ ຄູ່ຮ່ວມພັດທະນາທັງຫມົດ ໄດ້ຢໍ້າຄືນເຈດຕະນາລົມເພື່ອສືບຕໍ່ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການ ແກ້ໄຂອຸປະສັກ ແລະ ສິ່ງທ້າທາຍທີ່ເກີດຈາກລະເບີດບໍ່ທັນແຕກຕົກຄ້າງ ກໍຄືການບັນລຸເປົ້າຫມາຍແຫ່ງຊາດທີ 18 ຂອງ ສປປ ລາວ.
ກອງປະຊຸມເວທີການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນຍົງ ໄດ້ຈັດຂຶ້ນທີ່ສໍານັກງານໃຫຍ່ອົງການ ສະຫະປະຊາຊາດ ທີ່ນິວຢອກ ແຕ່ວັນທີ 09-18 ກໍລະກົດ 2018. ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການ ຕ່າງປະເທດ, ຮອງປະທານຜູ້ປະຈຳການຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ(ປພຍ), ໄດ້ນຳພາຄະນະຜູ້ແທນຂອງ ສປປ ລາວ ຈາກກະຊວງການຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງແຮງງານ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງດັ່ງກ່າວ. ໃນໄລຍະກອງປະຊຸມລະດັບລັດຖະມົນຕີ ແຕ່ວັນທີ 16-18 ກໍລະກົດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນນໍາສະເຫນີບົດລາຍງານແຫ່ງຊາດແບບສະຫມັກໃຈ ສະບັບທໍາອິດ ຂອງ ສປປ ລາວ ກ່ຽວກັບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ໃນຕອນບ່າຍຂອງວັນທີ 17 ກໍລະກົດ, ເຊິ່ງເປັນຫນຶ່ງໃນ 47 ປະເທດສະມາຊິກ ທີ່ນໍາສະເຫນີບົດລາຍງານແຫ່ງຊາດ ໃນປີ 2018 ນີ້ ໂດຍໄດ້ຊີ້ໃຫ້ເຫັນວ່າ ສປປ ລາວ ໄດ້ເອົາໃຈໃສ່ໃນການຈັດປະຕິບັດເປົ້າໝາຍການພັດທະນາແບບຍືນຍົງນັບແຕ່ມື້ຖືກຮັບເອົາເປັນຕົ້ນມາ ໂດຍສະເພາະແມ່ນໄດ້ຜັນຂະຫຍາຍເປົ້າຫມາຍການພັດທະນາຂອງສາກົນດັ່ງກ່າວ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ທີ່ສອດຄ່ອງກັບ 3 ເສົາຄໍ້າ ຂອງວາລະການພັດທະນາ 2030ຄື: ດ້ານເສດຖະກິດ, ສັງຄົມ ແລະ ສີ່ງແວດລ້ອມ. ໃນນັ້ນ, ປະມານ 60% ຂອງຕົວຊີ້ວັດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແມ່ນເຊື່ອມໂຍງກັບຕົວຊີ້ວັດ ປພຍ, ເຊິ່ງຕົວຊີ້ວັດ ປພຍ ທີ່ຍັງເຫລືອ ແມ່ນຈະສືບຕໍ່ຜັນຂະຫຍາຍເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃນໄລຍະຕໍ່ໄປ. ພິເສດ ສປປ ລາວ ຍັງໄດ້ສະເຫນີຄວາມຄືບຫນ້າກ່ຽວກັບ ປພຍ ທີ 18 ວ່າດ້ວຍ “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”, ເຊິ່ງເປັນ ເປົ້າຫມາຍແຫ່ງຊາດຂອງຕົນ ແນໃສ່ເພື່ອຫຼຸດຜ່ອນຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກ (UXO) ຕໍ່ການພັດທະນາ ປະເທດ.
ບົດລາຍງານແຫ່ງຊາດສະບັບນີ້ ຊີ້ໃຫ້ເຫັນເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສີ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ພ້ອມທັງຢໍ້າຄືນຄວາມຕັດສິນໃຈສູງ ແລະ ຄວາມຫມັ້ນຫມາຍອັນແຮງກ້າ ຂອງລັດຖະບານລາວ ໃນການສືບຕໍ່ຮ່ວມມືກັບວົງຄະນະຍາດສາກົນເພື່ອຮັບປະກັນໃຫ້ແກ່ການປະຕິບັດ ປພຍ ໃຫ້ບັນລຸ ຜົນຕາມຄາດຫມາຍ, ເຊິ່ງຈະເປັນການສ້າງເງື່ອນໄຂ ແລະ ເປັນພື້ນຖານສໍາຄັນເພື່ອໃຫ້ສາມາດບັນລຸເງື່ອນໄຂຂອງການ ຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວ.
ການສ້າງບົດລາຍງານແຫ່ງຊາດດັ່ງກ່າວ ຍັງແມ່ນການປະຕິບັດພັນທະສາກົນໃນຖານະເປັນປະເທດສະມາຊິກ ອົງການ ສປຊ ເພື່ອລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ປພຍ ໃນລະດັບປະເທດໃຫ້ສາກົນຮັບຮູ້ ແລະ ເຂົ້າໃຈຕໍ່ສະພາບຈຸດພິເສດດ້ານການພັດທະນາ ກໍຄືແນວທາງນະໂຍບາຍຂອງລັດລັດຖະບານ ພາຍໃຕ້ຄໍາຂວັນ “ບໍ່ປະຖີ້ມໃຜໄວ້ຢູ່ ທາງຫຼັງ”. ການຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນດັ່ງກ່າວ ຍັງຮຽກຮ້ອງໃຫ້ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ. ດັ່ງນັ້ນ, ໃນຕະຫລອດຂະບວນການກະກຽມບົດລາຍງານແຫ່ງຊາດດັ່ງກ່າວຈຶ່ງໄດ້ມີການຈັດຕັ້ງກອງ ປະຊຸມປຶກສາຫາລືແບບມີສ່ວນຮ່ວມຂຶ້ນຫຼາຍຄັ້ງ ໂດຍການເຂົ້າຮ່ວມປະກອບຄໍາຄິດເຫັນຂອງພາກລັດຖະບານ, ສະມາ ຊິກສະພາແຫ່ງຊາດ, ພາກເອກະຊົນ, ສະຖາບັນການສຶກສາ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ, ອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ພົບປະກັບຫົວຫນ້າຄະນະຜູ້ແທນ ແອສໂຕເນຍ, ອຽກລັງ, ການາດາ, ຮູມານີ, ຜູ້ອໍານວຍການໃຫ່ຍອົງການ ສປຊ ເພື່ອການພັດທະນາ (UNDP) ແລະ ຜູ້ຕາງຫນ້າຂັ້ນສູງສໍາລັບປະເທດດ້ອຍພັດທະນາ, ປະເທດກໍາລັງພັດທະນາທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ປະເທດ ເກາະດອນນ້ອຍ (UNOHRLLS) ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ. ພ້ອມກັນນັ້ນ, ຄະນະຜູ້ແທນລາວ ຍັງໄດ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງຫ້າວຫັນໃນກອງປະຊຸມປິ່ນອ້ອມທີ່ສຳຄັນອີກຈໍານວນ ຫນຶ່ງເພື່ອແລກປ່ຽນບົດຮຽນດ້ານການພັດທະນາ ທັງເປັນການຍົກຖານະບົດບາດ ຂອງ ສປປ ລາວ ໃຫ້ສູງຂຶ້ນໃນເວທີສາກົນ. ການເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງຂອງ ສປຊ ຂອງ ສປປ ລາວ ໃນຄັ້ງນີ້ ແມ່ນໄດ້ຮັບຜົນສຳເລັດຢ່າງຈົບງາມ.
ໃນລະຫວ່າງວັນທີ 11-12 ກໍລະກົດ 2018 ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານຄະນະຊີ້ນຳລະດັບຊາດໃນການປະສານງານດ້ານສິດທິມະນຸດ ໄດ້ເຂົ້າຮ່ວມກອງປະຊຸມ ຄັ້ງທີ 123 ຂອງຄະນະກຳມະການສິດທິມະນຸດ ສປຊ (UN Human Rights Committee) ທີ່ນະຄອນ ເຊີແນວ, ປະເທດ ສະວິດ ເພື່ອທົບທວນບົດລາຍງານການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍ ສິດທິທາງການເມືອງ ແລະ ສິດທິຂອງພົນລະເມືອງເປັນຄັ້ງທຳອິດ ນັບແຕ່ ສປປ ລາວ ເປັນພາຄີໃນປີ 2009.