ໃນວັນທີ 3 ສິງຫາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 11, ຂອບການຮ່ວມມື ແມ່ນໍ້າຂອງຕອນລຸ່ມ-ສ. ອາເມລິກາ ຄັ້ງທີ 11, ແລະ ຂອບການຮ່ວມມື ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 8 ທີ່ ປະເທດ ສິງກະໂປ, ຊຶ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນ ຈາກປະເທດແມ່ນໍ້າຂອງ (ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະ ບັນດາຄູ່ຮ່ວມພັດທະນາ (ຍີ່ປຸ່ນ, ສ. ເກົາຫຼີ, ສ. ອາເມລິກາ) ລວມທັງກອງເລຂາອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 2 ສິງຫາ 2018, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9, ທີ່ ປະເທດ ສິງກະໂປ, ເຊິ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນຈາກບັນດາປະເທດແມ່ນໍ້າຂອງ ແລະ ຄູ່ຮ່ວມພັດທະນາເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ ແລະ ອິນເດຍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນວັນທີ 2 ສິງຫາ 2018 ທີ່ ສິງກະໂປ, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51, ທ່ານສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ ຊຶ່ງລວມມີ: ກອງປະຊຸມລັດຖະມົນຕ່າງປະເທດ ອາຊຽນ-ລັດເຊຍ, ອາຊຽນ-ຍີ່ປຸ່ນ, ອາຊຽນ-ຈີນ ແລະ ອາຊຽນ-ນິວຊີແລນ.