ໃນລະຫວ່າງການຢ້ຽມຢາມສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 19-22 ມິຖຸນາ 2018 ໃນຄັ້ງນີ້, ພາຍຫຼັງການເຄື່ອນໄຫວພົບປະຢ້ຽມຢາມການນຳຂັ້ນສູງຂອງ ສປປ ລາວ ແລະ ສະຖານທີ່ຕ່າງໆຢູ່ ນະຄອນຫຼວງວຽງຈັນ ແລ້ວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ ແລະ ຄະນະ ກໍໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມນະຄອນຫຼວງພະບາງ ໃນລະຫວ່າງວັນທີ 21-22 ມິຖຸນາ 2018. ໃນການຢ້ຽມຢາມຄັ້ງນີ້, ສະຫາຍ ຮອງປະທານປະເທດ ສສ. ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງ ແຂວງຫຼວງພະບາງ ພ້ອມດ້ວຍການນຳຂອງແຂວງ, ທີ່ ໂຮງແຮມ ເດິແກຣນ ຫຼວງພະບາງ.
ໃນວັນທີ 20 ມິຖຸນາ 2018, ທີ່ ສະພາແຫ່ງຊາດ ແຫ່ງ ສປປ ລາວ, ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ທິ້ງ, ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ. ຫວຽດນາມ, ໄດ້ຢ້ຽມຂໍ່ານັບ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ເນື່ອງໃນໂອກາດທີ່ ສະຫາຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 19-22 ມິຖຸນາ 2018 ຕາມຄໍາເຊື້ອເຊີນຂອງ ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດແຫ່ງ ສປປ ລາວ.