ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຄັ້ງທີ 3

           

 

       

ໃນ​ລະຫວ່າງ​ວັນ​ທີ 30 ມີນາ - 02 ເມສາ 2022,  ທ່ານ ນາງ ອາມານດາ ມິວລິງ, ລັດຖະມົນຕີ ຊີ້​ນຳ​ຂົງ​ເຂດ​ອາ​ຊີ ແລະ ຕາ​ເວັນ​ອອກ​ກາງ, ກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມ​ດ້ວຍ​ຄະນະ  ​​ໄດ້​ເດີ​ນທາງ​ມາ​ຢ້ຽມຢາມ ສປປ ລາວ ​ຢ່າງ​ເປັນ​ທາງ​ການ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ບາດກ້າວອັນໃຫມ່.

ອ່ານເພີ່ມເຕີມ... 

ກະຊວງການຕ່າງປະເທດ ເຜີຍແຜ່ ກ່ຽວກັບ ການເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາຈຸດປະສານງານອາຊຽນຂອງບັນດາແຂວງພາກເໜືອ

 

         ໃນວັນທີ 10 ມີນາ 2022, ທີ່ ຫ້ອງວ່າການແຂວງຫຼວງພະບາງ, ກົມອາຊຽນ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາເຜີຍແຜ່  ກ່ຽວກັບ ການເຄື່ອນໄຫວວຽກງານອາຊຽນ ຂອງ ສປປ ລາວ ໃຫ້ບັນດາຈຸດປະສານງານອາຊຽນ​ຂອງ​ບັນ​ດາແຂວງພາກເໜືອ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງຫລວງພະບາງ, ແລະ ທ່ານ   ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໃຫ້​ກຽດກ່າວເປີດ ​ແລະ ມີ ​ຜູ້ຕາງ​ຫນ້າ ຈາກພະແນກການຕ່າງປະເທດ ແລະ ພະ​ແນກ​ທີ່​ກ່ຽວ​ຂ້ອງ ຂອງ 8 ແຂວງພາກເໜືອ ທັງ​ຫມົດ 50 ທ່ານ ເຂົ້າ​ຮ່ວມ. ກອງປະຊຸມ​ສໍາມະນາຄັ້ງ​ນີ້ ເປັນໜື່ງໃນກິດຈະກຳທີ່ໄດ້ຮັບການຮ່ວມມື ແລະ ສະໜັບສະໜູນໂດຍສູນອາຊຽນ-ຍີ່​ປຸ່ນ.

ອ່ານເພີ່ມເຕີມ... 

ກອງປະຊຸມກະກຽມຈັດຕັ້ງປະຕິບັດໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

 

        

         ໃນວັນທີ 3 ມີນາ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະກຽມຈັດຕັ້ງປະຕິບັດໂຄງການເວທີແລກປ່ຽນການທູດເສດຖະກິດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (Mekong-Lancang Cooperation Economic Diplomacy Conference) ທີ່່ ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ພູວົງ ບຸນຊູ, ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ຈຳນວນທັງໝົດ 40 ທ່ານ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
487666
ມື້ນີ້106
ມື້ວານ228
ອາທິດນີ້28
ເດືອນນີ້1059