ໃນວັນທີ 10 ມັງກອນ 2022, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ວ່າດ້ວຍ: “ການຮ່ວມມືພາກພື້ນ ແລະ ສາກົນ ທ່າມກາງສະພາບການແຜ່ລະບາດໂຄວິດ-19” ໃນຮູບແບບທາງໄກ ແລະ ເຊິ່ງໜ້າ ໂດຍໄດ້ຮັບການສະໜັບ ສະໜູນຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ໃນວັນທີ 5 ມັງກອນ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນໍາພາຄະນະເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ແບບທາງໄກ. ກອງປະຊຸມຄັ້ງນີ້ເປັນກອງປະຊຸມຄັ້ງທໍາອິດ ພາຍໃຕ້ການເປັນປະທານອາຊຽນຂອງ ກໍາປູເຈຍ (ປະທານອາຊຽນ ສົກປີ 2022) ແລະ ມີການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສປະເທດອາຊຽນອື່ນ ແລະ ຮອງເລຂາທິການໃຫຍ່ອາຊຽນຢ່າງພ້ອມພຽງ.
ກອງປະຊຸມ ໄດ້ປຶກສາຫາລື ເປັນຕົ້ນແມ່ນ ແຜນການເຄື່ອນໄຫວ, ຫົວຂໍ້ປຶກສາຫາລື ແລະ ດ້ານພະລາທິການ ອື່ນໆເພື່ອກະກຽມ ໃຫ້ແກ່ກອງປະຊຸມ ລັດຖະມົນຕີຕ່າງປະເທດ ອາຊຽນ ວົງແຄບ, ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 18-19 ມັງກອນ 2022 ທີ່ ສຽມຣຽບ, ລາຊະອານາຈັກກໍາປູເຈຍ.
ໃນລະຫວ່າງວັນທີ 23-24 ທັນວາ 2021, ທີ່ ນະຄອນຫຼວງພະບາງ, ກະຊວງການຕ່າງປະເທດ, ໃນນາມ ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ກອງເລຂາຄະນະຊີ້ນຳລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດຳເນີນງານ ສປຊ ສຳລັບປະເທດດ້ອຍພັດທະນາ ໄດ້ຈັດ “ກອງປະຊຸມທົບທວນປະຈໍາປີ 2021 ຂອງຈຸດປະສານງານແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ພາຍໃຕ້ການເປັນປະທານຂອງ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກບັນດາຈຸດປະສານງານປະຈໍາແຕ່ລະກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ 50 ທ່ານ.