ໃນວັນທີ 23 ມີນາ 2021, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້:"ບົດບາດຂອງແມ່ຍິງລາວໃນການພັດທະນາເສດຖະກິດ-ສັງຄົມ", ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີກ່າວເປີດກອງປະຊຸມໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດບັນຍາຍໂດຍ ທ່ານ ປອ. ນາງ ນິນປະເສີດ ໄຊຍະພອນສີ, ຫົວໜ້າກົມພັດທະນາແມ່ຍິງລາວ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ທູດ ມະໄລວຽງ ສາກົນນິຍົມ, ຜູ້ຕາງໜ້າ ສປປ ລາວປະຈໍາກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ, ຮອງປະທານສະໂມສອນນັກການທູດລາວ. ເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ ມີບັນດາຜູ້ຕາງໜ້າຂັ້ນຮອງລັດຖະມົນຕີ, ຂັ້ນກົມ, ຄະນະພະແນກ ແລະ ວິຊາການຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງອ້ອມຂ້າງສູນກາງ ລວມທັງໝົດຫຼາຍກວ່າ 150 ທ່ານ.
ໃນວັນທີ 19 ມີນາ 2021, ທີ່ ແຂວງຫລວງພະບາງ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການຝຶກອົບຮົມ ສໍາລັບພະນັກງານໜຸ່ມ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນຫົວຂໍ້: “ການຮ່ວມມືພາກພື້ນ ແລະ ສາກົນ” ພາຍໃຕ້ການສະໜັບສະໜູນຈາກ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງຫຼວງພະບາງ ໂດຍມີຜູ້ເຂົ້າຮ່ວມຈາກສູນກາງ ແລະ ຂະແໜງການທີ່ກ່ຽວຂ້ອງຈາກ ແຂວງຫຼວງນໍ້າທາ, ຜົ້ງສາລີ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ບໍ່ແກ້ວ ແລະ ອຸດົມໄຊ ເຂົ້າຮ່ວມລວມທັງໝົດ 70 ທ່ານ. ກອງປະຊຸມຄັ້ງນີ້ ຍັງຖືເປັນກິດຈະກໍາໜຶ່ງທີ່ສໍາຄັນທີ່ ສປປ ລາວ ປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄົບຮອບ 5 ປີ (23 ມີນາ 2016 - 23 ມີນາ 2021) ແລະ ງານສັບປະດາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈໍາປີ 2021.