ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກອງປະຊຸມປຶກສາຫາລືລະດັບເຈົ້າໜ້າທີ່ອາວຸໂສອາຊຽນ-ສະຫະລັດ ຄັ້ງທີ 34 (ແບບທາງໄກ)

 202156-asean-us-som-meeting1

202156-asean-us-som-meeting2

202156-asean-us-som-meeting3

 

ໃນຕອນເຊົ້າຂອງວັນທີ 6 ພຶດສະພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ນຳພາຄະນະ ແລະ ເປັນປະທານຮ່ວມກອງປະຊຸມປືກສາຫາລື ລະດັບເຈົ້າໜ້າທີ່ອາວຸໂສ ອາຊຽນ-ສະຫະລັດ ຄັ້ງທີ 34 ແບບທາງໄກ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ຮ່ວມກັບ ທ່ານ ອາຕູລ ເກຊັບ (Atul Keshap),ຮອງຜູ້ຊ່ວຍລັດຖະມົນຕີກະຊວງການຕ່າງປະເທດຂອງ ສະຫະລັດ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຍັງມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຮອງເລຂາທິການໃຫຍ່ອາຊຽນ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງຈຳນວນໜຶ່ງ.

ອ່ານເພີ່ມເຕີມ... 

ພິທີມອບ-ຮັບ ການຊ່ວຍເຫຼືອ ຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19

 

VNLACo1

VNLACo2

VNLACo3

 

ໃນວັນທີ 04 ພຶດສະພາ 2021, ທີ່ ສະໜາມບິນສາກົນວັດໄຕ ໄດ້ມີພິທີ ມອບ-ຮັບ ການຊ່ວຍເຫຼືອ ຈາກພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ ສປປ ລາວ. ກ່ອນໜ້ານີ້, ໃນປີ 2020 ສປປ ລາວ ກໍ່ໄດ້ຮັບການຊ່ວຍເຫລືອຈາກສະຫາຍຫວຽດນາມມາແລ້ວ ເຊິ່ງເປັນການຊ່ວຍເຫລືອທີ່ທັນການ ແລະ ມີປະສິດທິຜົນທີ່ສຸດ ຊ່ວຍໃຫ້ ສປປ ລາວ ສາມາດຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດໂຄວິດ-19 ໄດ້ໃນໄລຍະຜ່ານມາ. ເຊິ່ງໃນຄັ້ງນີ້, ສສ ຫວຽດນາມ ໄດ້ມອບເງິນສົດ ຈໍານວນ 500.000 ໂດລາ ສະຫະລັດ, ສົ່ງທີມແພດຊ່ຽວຊານ ຈໍານວນ 35 ທ່ານ, ພ້ອມດ້ວຍອຸປະກອນການແພດ ຈໍານວນໜຶ່ງ ມາຊ່ວຍເຫລືອ ສປປ ລາວ ປະກອບມີ: ເຄື່ອງຊ່ວຍຫາຍໃຈ ຈຳນວນ 200 ເຄື່ອງ, ທາດຂ້າເຊື້ອພະຍາດ (Chloramine B) ຈຳນວນ 10.000 ກິໂລ, ຜ້າອັດປາກ-ອັດດັງ ອະນາໄມ ຈໍານວນ 2 ລ້ານແຜ່ນ ແລະ ອື່ນໆ. ໃຫ້ກຽດຕາງໜ້າກ່າວມອບໂດຍ ສະຫາຍ ໂຕ ແອັງ ຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະຕາງໜ້າລັດຖະບານລາວ ກ່າວຮັບໂດຍ ສະຫາຍ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີຄະນະນໍາຂອງບັນດາກະຊວງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍ່ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ໂດຍຜ່ານ ສະຫາຍ ຮອງລັດຖະມົນຕີ ໂຕ ແອັງ ຢຸງ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ ທີ່ເວລາໃດກໍ່ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແກ່ ພັກ, ລັດຖະບານ ແລະ ປະຊາຊົນລາວ ມາຕະຫລອດ. ການຊ່ວຍເຫຼືອໃນຄັ້ງນີ້, ໄດ້ປະກອບສ່ວນອັນສໍາຄັນສ້າງຂວັນກໍາລັງໃຈອັນໃຫຍ່ຫຼວງ ແລະ ເພີ່ມກໍາລັງແຮງ ໃຫ້ແກ່ບັນດາແພດໝໍຂອງລາວ ທີ່ມີຈຳນວນຈຳກັດ ທີ່ກໍາລັງເຮັດວຽກແຂ່ງຂັນກັບເວລາ ເພື່ອເບິ່ງແຍງປິ່ນປົວຜູ້ຕິດເຊື້ອທີ່ມີຈຳນວນເພີ່ມຂຶ້ນຫຼາຍໃນທຸກມື້. ພ້ອມນີ້, ກໍ່ຈະເປັນຂວັນກໍາລັງໃຈອັນປະເສີດ ແກ່ຄົນເຈັບຜູ້ທີ່ກຳລັງປິ່ນປົວຢູ່ໃນໂຮງໝໍຕ່າງໆໃນຂອບເຂດທົ່ວປະເທດ. ສິ່ງເຫຼົ່ານີ້ ເປັນການສະແດງເຖິງນໍ້າໃຈເອື້ອເຟື້ອເພື່ອແຜ່ຂອງສະຫາຍຫວຽດນາມອ້າຍນ້ອງ, ສະແດງເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ຍປະຈຳປີ ຄັ້ງທີ 77 ຂອງ ຄະນະກຳມາທິການເສດຖະກິດ - ສັງຄົມ ປະຈຳພາກພື້ນອາຊີ - ປາຊີຟິກ (UNESCAP)

 

77-1

 

77-2

 

ໃນຕອນເຊົ້າຂອງວັນທີ 27 ເມສາ 2021, ທີ່ກະຊວງການຕ່າງປະເທດ ທ່ານບຸນເຫຼືອພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫ່ປະຈຳປີຄັ້ງທີ 77 ຂອງຄະນະກຳມາທິການເສດຖະກິດ - ສັງຄົມ ສປະຈຳພາພື້ນອາຊີ-ປາຊີຟິກ (UNESCAP)ຜ່ານລະບົບປະຊຸມທາງໄກ (Video Conference), ໂດຍການເປັນປະທານຂອງ ທ່ານ ມຸກຕາ ເລີແບດີ, (Mukhtar Tleuberdi), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີຕ່າງປະເທດກາຊັກສະຖານ, ມີຄະນະຜູ້ແທນຈາກປະເທດສະມາຊິກ ແລະ ປະເທດສັງເກດການ, ອົງການເຄືອຂ່າຍປະຈຳພາກພື້ນເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ດຳເນີນໄປພາຍໃຕ້ຫົວຂໍ້ ການຟື້ນຟູທຫຼັງຈາກວິກິດການໃຫ້ດີກ່ວາເກົ່າໂດຍຜ່ານການຮ່ວມມື​​ໃນພາກພື້ນອາຊີ ແລະ ປາຊີຟິກ (Building back better from crises through regional cooperation in Asia and the Pacific), ຊຶ່ງຈະດຳເນີນໄປຈົນຮອວັນທີ 29 ເມສາ 2021 ນີ້.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485950
ມື້ນີ້81
ມື້ວານ168
ອາທິດນີ້986
ເດືອນນີ້5255