ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຂ່າວຂອງຄະນະນຳກະຊວງ

ກະຊວງການຕ່າງປະເທດ ຈັດກອງປະຊຸມສະຫລຸບວຽກງານກວດກາ ຂອງຂະແໜງການຕ່າງປະເທດ ປະຈຳປີ 2017

 

Inspect1 Inspect3

 

ໃນວັນທີ 09 ມີນາ 2018, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສະຫລຸບວຽກງານ​ກວດກາຂອງຂະແໜງການຕ່າງປະເທດ ປະຈຳປີ 2017 ແລະ ເຜີຍແຜ່ເອກະສານສໍາຄັນຕ່າງໆ ໂດຍ​ການໃຫ້ກຽດ​ເປັນ​ປະທານ​ຂອງ​ ທ່ານ ນາງ ຄໍາເພົາ ເອີນທະວັນ, ຄະນະປະຈຳພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີຄະນະ​ພັກ-ຄະນະ​ນຳກະຊວງ, ບັນດາຄະນະກົມ, ຄະນະພະແນກ, ພະນັກງານຫລັກແຫລ່ງ ​ແລະ ພະນັກງານລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມ.

ອ່ານເພີ່ມເຕີມ... 

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນ ແລະ ກອງປະຊຸມປຶກສາຫາລືຮ່ວມ

SOMJMC

 

ວັນທີ 07-08 ມີນາ 2018, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແລະ ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting - JCM), ທີ່ ສິງກະໂປ.

ອ່ານເພີ່ມເຕີມ... 

ການປິດຝຶກອົບຮົມວຽກງານການຕ່າງປະເທດ ສຳລັບ ພະນັກງານກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຊຸດທີ I

 

IFATraining1 IFATraining2 IFATraining3

 

ໃນວັນທີ 07 ມີນາ 2018, ທີ່ ສູນ ICTC ໄດ້ມີພິທີປິດຊຸດຝຶກອົບຮົມ ວຽກງານການຕ່າງປະເທດ ສໍາລັບພະນັກງານກະຊວງການຕ່າງປະເທດ, ບັນດາກະຊວງ-ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຊຸດທີ I ຂື້ນ,ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເຂົ້າຮ່ວມຂອງຫົວໜ້າກົມ, ຮອງກົມ, ນັກວິທະຍາກອນ, ແຂກຖືກເຊີນຈາກກະຊວງການຕ່າງປະເທດ ແລະ ຜູ້ເຂົ້າຮັບການຝຶກອົບຮົມລວມທັງໝົດ 100 ກວ່າທ່ານ, ການຝຶກອົບຮົມ ແມ່ນເປັນການຈັດຕັ້ງປະຕິບັດມະຕິຂອງຄະນະພັກກະຊວງການຕ່າງປະເທດ ແນໃສ່ຜັນຂະຫຍາຍຜົນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13,ກ່ຽວກັບການບໍາລຸງກໍ່ສ້າງພະນັກງານ, ເພື່ອເພີ່ມຄວາມຮູ້ໃຫ້ເຂົາເຈົ້າມີຄວາມຊໍານານງານ ແລະ ມີຄວາມສາມາດດ້ານວິຊາສະເພາະຫຼາຍຂຶ້ນກວ່າເກົ່າ, ເຊິ່ງຊຸດຝຶກອົບຮົມໄດ້ດຳເນີນໄປເປັນເວລາ7ວັນ, ນັບແຕ່ວັນທີ26 ກຸມພາ2018 ເປັນຕົ້ນມາ, ເຊີ່ງມີຜູ້ເຂົ້າຮັບການຝຶກອົບຮົມ ທີ່ມາຈາກກະຊວງ,ຂະແໜງການອ້ອມຂ້າງສູນກາງແລະທ້ອງຖີ່ນທົ່ວປະເທດທັງໝົດ53 ທ່ານ, ຍິງ25 ທ່ານ, ຈາກ 33 ພາກສ່ວນ.

ອ່ານເພີ່ມເຕີມ... 

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488033
ມື້ນີ້143
ມື້ວານ136
ອາທິດນີ້395
ເດືອນນີ້1426